ທ່ານປະທານປະເທດ ຫວໍວັນເຖືອງ (ພາບ: VOV) |
ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍແລະນັກຮົບໃນທົ່ວປະເທດ!
ລະດູບານໃໝ່ໄດ້ວຽນມາສູ່ທຸກໆຄົນທຸກຄອບຄົວ. ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກກາລະບູຊານີ້, ພວກເຮົາມີຄວາມເຄົາລົບນັບຖືແລະສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ປູ່ຍ່າຕາຍາຍຫຼາຍລຸ້ນຄົນໄດ້ກໍ່ຕັ້ງສ້າງສາດິນແດນປະເທດຊາດເພື່ອລະດູບານໃໝ່ເອກະລາດ, ເພື່ອປະຊາຊົນທີ່ມີຊີວິດເສລີພາບ ອີ່ມໜຳສຳລານແລະຜາສຸກ, ສ້າງກຳລັງບົ່ມຊ້ອນ ທີ່ຕັ້ງບົດບາດອິດທິພົນຊື່ສຽງໃຫ້ແກ່ປະເທດຊາດໃນທຸກວັນນີ້.
ໃນບັນຍາກາດທີ່ອົບອຸ່ນ ແລະ ສັກກາລະບູຊາຕ້ອນຮັບບຸນປີໃໝ່ປະຈຳຊາດ ໂດຍຕາງໜ້າການນຳພັກລັດຂ້າພະເຈົ້າຂໍສົ່ງອາລົມຈິດຄວາມຮັກແພງຄຳຢື້ຢາມຖາມຂ່າວຢ່າງຈິງໃຈແລະຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດມາຍັງພໍ່ແມ່ພີ່ນ້ອງຮ່ວມຊາດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ. ຂໍສົ່ງຄຳອວຍພອນສັນຕິພາບ, ການຮ່ວມມື້, ມິດຕະພາບແລະການພັດທະນາແບບຍືນຍົງໄປຍັງບັນດາເພື່ອນມິດປະຊາຊົນບັນດາປະເທດໃນທົ່ວໂລກ.
ປີທີ່ຜ່ານມາດ້ວຍຄວາມສາມັກຄີ,ຄວາມມານະພະຍາຍາມຂອງທົ່ວພັກທົ່ວກອງທັບທົ່ວປວງຊົນ, ປະເທດຊາດຫວຽດນາມໄດ້ຢັ້ງຢືນທີ່ຕັ້ງບົດບາດໃໝ່ ໂສມໜ້າໃໝ່ຂອງປະເທດຫວຽດນາມທີ່ອົງອາດກ້າແກ່ນໃນທ່າມກາງຄວາມລຳບາກ, ຍາມໃດກໍ່ຢຶດໝັ້ນເດີນຕາມບັນດາຄຸນຄ່າອັນດີງາມເພື່ອຜົນປະໂຫຍດຂອງປະຊາຊົນ, ບັນລຸໄດ້ບັນດາຜົນງານທີ່ສຳຄັນຮອບດ້ານໃນທຸກຂົງເຂດດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ, ຍາມໃດກໍ່ເປັນເພືຶ່ອນທີ່ຈິງໃຈເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນໂລກເຊິ່ງໄດ້ຮັບຄວາມເຄົາລົບນັບຖືແລະຕີລາຄາສູງຈາກວົງຄະນາຍາດສາກົນ.
ຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ກໍ່ແມ່ນຈຸດເວລາທີ່ສັກກາລະບູຊາ ເພື່ອໃຫ້ພວກເຮົາຄຳນຶງເຖິງທຸກສິ່ງທີ່ໄດ້ຜ່ານພົ້ນໄປ, ຄຳນຶງເຖິງອະນາຄົດທີ່ສະຫວ່າງສະໄຫຂອງແຕ່ລະຄົນແຕ່ລະຄອບຄົວແລະຂອງຊາດຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າ ໂດຍເສີມຂະຫຍາຍກຳລັງແຮງມະຫາສາມັກຄີຂອງທົ່ວປວງຊົນທັງຊາດແລະບັນດາຄຸນຄ່າອັນດີງາມຂອງວັດທະນະທຳ, ຊາວຫວຽດນາມ, ເຊີດຊູຄຸນທາດ, ສະຕິປັນຍາແລະປຸກລຸກຫົວຄິດປະດິດສ້າງໃນແຕ່ສ່ວນບຸກຄົນ, ປົດປ່ອຍຄວາມສາມາດບົ່ມຊ້ອນ ແລະ ບັນດາແຫຼ່ງກຳລັງ, ຈະສ້າງເປັນກຳລັງແຮງພາຍໃນອັນໃຫຍ່ຫຼວງເພື່ອໃຫ້ຊາດຫວຽດນາມກ້າວຂຶ້ນຢ່າງໝັ້ນຄົງເພື່ອບັນລຸບັນດາຜົນງານທີ່ຍິ່ງໃຫຍ່ກວ່າເກົ່າ.
ລະດູບານໃໝ່ໄດ້ວຽນມາສູ່ປະເທດຫວຽດນາມດ້ວຍຄວາມໄຝ່ຝັນຄວາມຄາດຫວັງ ແລະ ບັນດາການລິເລີ່ມທີ່ດີງາມທີ່ສຸດ ອົບອຸ່ນທີ່ສຸດ ເຕັມໄປດ້ວຍພະລັງຊີວິດ. ໃນບັນຍາກາດລະດູບານໃໝ່ທີ່ອົບອຸ່ນແລະສັກກາລະບູຊາ, ພວກເຮົາຈົ່ງພ້ອມກັນຕ້ອນຮັບແຫຼ່ງພະລັງງານໃໝ່ ສະຫງວນໃຫ້ກັນບັນດາຄວາມຫວັງຢ່າງຈິງໃຈ, ດີງາມ ພ້ອມກັນອວຍພອນໃຫ້ຊາດຫວຽດນາມ ຍືນຍົງຄົງຕົວ, ປະເທດຊາດນັບມື້ນັບອຸດົມຮັ່ງມີສວຍງາມ ສີວິໄລ ເພື່ອຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານ ແລະສົມບູນພູນສຸກ.
ອວຍພອນໃຫ້ພໍ່ແມ່ພີ່ນ້ອງຮ່ວມຊາດ ສະຫາຍ, ແຕ່ລະຄອບຄົວ, ຊາວຫວຽດນາມແຕ່ລະຄົນຈົ່ງມີສຸຂະພາບແຂງແຮງ ມີຄວາມສະຫງົບສຸກ ປະສົບຜົນສຳເລັດ. ປີໃໝ່ ບັນຍາກາດໃໝ່, ຄວາມຕັດສິນໃຈໃໝ່ ແລະໄຊະນະໃໝ່.
ດ້ວຍຄວາມຮັກແພງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
