ກຳປັ່ນສາກົນ ແລກຫ້ວຽນ ຢູ່ ຫາຍຟ່ອງ. ພາບປະກອບ: Đức Nghĩa/TTXVN |
ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີຂອງ ຫວຽດນາມ ສືບຕໍ່ຕາມທ່າອ່ຽງຕັ້ງຫນ້າ, ລະດັບການເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42% ແມ່ນລະດັບສູງທີ 2 ໃນຮອບເວລາ 5 ປີມານີ້, ພຽງແຕ່ຖັດຈາກລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ 2022.
ລະອຽດ: ເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການກວມເອົາອັດຕາສ່ວນສູງສຸດ ແມ່ນກຳລັງຫນູນໃຫ້ແກ່ພື້ນຖານເສດຖະກິດ. ໃນຂະນະນັ້ນ, ມູນຄ່າເພີ່ມໃນທົ່ວຂະແຫນງອຸດສາຫະກຳ 6 ເດືອນຜ່ານມາ ບັນລຸ 7,54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ການເຄື່ອນໄຫວນຳເຂົ້າສົ່ງອອກດຳເນີນໄປຢ່າງຟົດຟື້ນ, ມູນຄ່າສົ່ງອອກເກີນດຸນຄາດວ່າບັນລຸກວ່າ 11,6 ຕື້ USD, ເປັນຫນ້າສົນໃຈ ອຸດສາຫະກຳການຜະລິດຕິດພັນກັບການສົ່ງອອກ, ຊື່ງແມ່ນຂົງເຂດເຕີບໂຕເປັນຫລັກຂອງພື້ນຖານເສດຖະກິດຫວຽດນາມ ໄດ້ຟື້ນຕົວຄືນໃຫມ່.
ການຜະລິດອຸດສາຫະກຳເພີ່ມຂຶ້ນຢ່າງແຮງ ເຮັດໃຫ້ການນຳເຂົ້າແຫລ່ງວັດຖຸດິບຫລັກກໍ່ເພີ່ມຂຶ້ນໄປນຳ ເປັນຕົ້ນແມ່ນກຸ່ມວິສາຫະກິດຢູ່ພາຍໃນປະເທດ.
ໃນສະພາບຄວາມກົດດັນໄພເງິນເຟີ້ຂອງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຍັງຄົງຜັນແປສັບສົນ, ອັດຕາດອກເບ້ຍຢູ່ໃນລະດັບສູງ, ຄວາມຕ້ອງການຂອງພື້ນຖານເສດຖະກິດໂລກບໍ່ມີບາດກ້າວກະໂດດ. ຫວຽດນາມ ຍັງຄົງຮັກສາລະດັບການດຶງດູດການລົງທຶນຂອງຕ່າງປະເທດ (FDI) ເປັນຢ່າງດີ. ເງິນລົງທຶນໂດຍກົງຂອງຕ່າງປະເທດຢູ່ ຫວຽດນາມ ຄາດວ່າ ບັນລຸ 10,84 ຕື້ USD, ເພີ່ມຂຶ້ນ 8,2% ແມ່ນລະດັບສູງສຸດໃນໄລຍະ 6 ເດືອນຕົ້ນປີໃນຮອບເວລາ 5 ປີມານີ້. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລ້າງ, ຄູສອນຢູ່ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ:
“ກ່ອນນີ້ 4-5 ເດືອນ, ມີຫລາຍຄົນຄິດວ່າ ສະພາບການເສດຖະກິດ ຫວຽດນາມ ອາດຈະມືດມົວ. ແຕ່ມາຮອດປະຈຸບັນ ແມ່ນມີສັນຍານດີຂຶ້ນແລ້ວ. ຂ້າພະເຈົ້າຄິດວ່າ GDP ປີນີ້ ອາດຈະບັນລຸ 6,5-6,8%.”
ນະໂຍບາຍບໍລິຫານທີ່ເປັນເອກະພາບ, ລຸລ່ວງ
ບັນດາການນຳ ຫວຽດນາມ ໄດ້ກຳນົດວ່າ ພ້ອມກັບການຮັກສາສະຖຽນລະພາບດ້ານການເມືອງ, ເລື່ອງຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແມ່ນສວມບົດບາດຈຸດສຸມໃນການພັດທະນາເສດຖະກິດ ຫວຽດນາມ.
ວິວັດການຟື້ນຕົວຂອງພື້ນຖານເສດຖະກິດໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຂີດໝາຍທີ່ຫນ້າປະ ທັບໃຈຂອງບັນດາຄວາມມານະພະຍາຍາມໃນການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ ຂະແຫນງການ ແລະ ບັນດາທ້ອງຖິ່ນ.
ຂີດໝາຍ ນັ້ນແມ່ນບັນດາການກະທຳຢ່າງທັນການໃນການແກ້ໄຂບັນດາບັນຫາ “ຮ້ອນເຮັ່ງ”, ແກ້ໄຂຮົ້ວກີດຂວາງ ເພື່ອແນໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ເລື່ອງມານະພະຍາຍາມໃນການຜັນຂະຫຍາຍບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມ ໃນ 3 ຂົງເຂດ ແມ່ນ ທາງບົກ, ທາງລົດໄຟ ແລະ ທາງອາກາດ, ປະກອບສ່ວນສ້າງສະພາບການພັດທະນາໃຫມ່,ເຂດຕົວເມືອງ, ການບໍລິການ, ອຸດສາຫະກຳໃຫມ່, ຫລຸດຜ່ອນລາຍຈ່າຍ logistics, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ, ວິສາຫະກິດ ແລະ ສິນຄ້າ.
ທ່ານນາຍົກລັດຖະມົນຕີ ພ້ອມກັບຫນ່ວຍປະຕິບັດງານຂອງລັດຖະບານ ໄດ້ລົງກວດກາ, ເລັ່ງລັດ ຄວາມຄືບຫນ້າບັນດາກິດຈະກຳ, ໂຄງການຈຸດສຸມໃນທົ່ວປະເທດເປັນປະຈຳ.ນີ້ບໍ່ພຽງແຕ່ແມ່ນການໃຫ້ກຳລັງໃຈ, ລະດົມດ້ານຈິດໃຈສຳລັບຖັນແຖວພະນັກງານ, ກຳມະກອນຜູ້ອອກແຮງງານໂດຍກົງຢູ່ບັນດາກິດຈະກຳເທົ່ານັ້ນ ຫາກທ່ານນາຍົກລັດຖະມົນຕີ ຍັງຍົກອອກບັນດາຄຳຊີ້ນຳ, ການກຳນົດທິດເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລ້າງ ຍັງໃຫ້ຮູ້ຕື່ມອີກວ່າ:
“ການບໍລິຫານເສດຖະກິດຂອງ ຫວຽດນາມ ບັນລຸໝາກຜົນດີ. ພິເສດ ແມ່ນບັນດານະໂຍບາຍກ່ຽວຂ້ອງເຖິງອັດຕາດອກເບ້ຍ, ກະຕຸ້ນຍອດຄວາມຕ້ອງການ, ນະໂຍບາຍກ່ຽວຂ້ອງເຖິງການລົງທຶນ, ເພີ່ມທະວີການຮ່ວມສຳພັນ”
ທ່ານນາງ ຫງວຽນທິເຮື່ອງ, ຫົວຫນ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ:
“ເລື່ອງເຊື່ອມຕໍ່ການຕອບສະຫນອງ - ຄວາມຕ້ອງການ, ຊຸກຍູ້ຄວາມຕ້ອງການພາຍໃນປະເທດ ແລະ ຮັກສາໄດ້ຄວາມຕ້ອງການສາກົນ ພວມເພີ່ມຂຶ້ນສູງ. ນັ້ນແມ່ນບັນດາທ່າໄດ້ປຽບ. ພວກເຮົາສົມທົບ ນະໂຍບາຍ ຢ່າງກົມກຽວເພື່ອຮັບປະກັນສະຖຽນລະພາບດ້ານມະຫາພາກ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ”
ຄວາມບົ່ມຊ້ອນເພື່ອຮັກສາການເຕີບໂຕເສດຖະກິດໃຫ້ດີໃນປີ 2024 ແມ່ນພວມມີຢູ່ແລ້ວ. ເລື່ອງບໍລິຫານຢ່າງທັນການຂອງລັດຖະບານ ແລະ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ສືບຕໍ່ໄດ້ຮັກສາ ຈະຊ່ວຍເສີມຂະຫຍາຍບັນດາປັດໄຈຕັ້ງຫນ້າ, ປະກອບສ່ວນສຳເລັດເປົ້າໝາຍພັດທະນາຂອງທົ່ວປະເທດໃນປີນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
