(ກອງປະຊຸມເທື່ອທີ 2 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນທ້າຍເດືອນ ເມສາ 2022) |
ກວ່າ 1 ປີພາຍຫຼັງທີ່ນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດຜ່ານ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”, ພາລະກິດຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າປະທັບໃຈໃນເບື້ອງຕົ້ນ. ພິເສດ, ຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໃນອົງການແຫ່ງລັດ, ວິສາຫະກິດ ແລະ ທົ່ວປວງຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຕາມຕົວເລກຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ໄລ່ຮອດເດືອນ ມີນາ 2022, ທົ່ວປະເທດມີ 22/22 ກະຊວງ, ຂະແໜງການ ແລະ 63/63 ທ້ອງຖິ່ນຂອງ ຫວຽດນາມ ສ້າງຕັ້ງຄະນະຊີ້ນຳກ່ຽວກັບການຫັນເປັນດີຈີຕອນ; 17/22 ກະຊວງ, ຂະແໜງການ ແລະ 57/63 ທ້ອງຖິ່ນໄດ້ປະກາດໃຊ້ໂຄງການ/ແຜນການ/ແຜນຮ່າງກ່ຽວກັບການຫັນເປັນດີຈີຕອນໄລຍະ 5 ປີ. ກິດຈະການຫັນເປັນດີຈີຕອນໄດ້ ແລະ ພວມແຜ່ຂະຫຍາຍອອກສູ່ທຸກຂັ້ນ, ທຸກຂະແໜງການ, ໂດຍສະເພາະແມ່ນການນຳ, ຜູ້ນຳໜ້າໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ປະຈຸບັນ, 100% ກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ບູລະນະຄະນະຊີ້ນຳການຫັນເປັນດີຈີຕອນຢ່າງສົມບູນ ໂດຍຜູ້ນຳໜ້າເປັນຫົວໜ້າຄະນະ.
ມາຮອດຈຸດເວລານີ້, ບັນດາຖານຂໍ້ມູນໄດ້ສ້າງພື້ນຖານໃຫ້ລັດຖະບານດີຈີຕອນຍູ້ແຮງການຜັນຂະຫຍາຍ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຜັນຂະຫຍາຍລັດຖະບານດີຈີຕອນ. ໃນນັ້ນ, ອັດຕາການບໍລິການສາທາລະນະມີເງື່ອນໄຂຢ່າງພຽງພໍເພື່ອໄດ້ຮັບການສະໜອງທາງອອນລາຍລະດັບ 4 ແມ່ນກວ່າ 97%. ປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດໄດ້ປະມວນເອົາ 3.552 ການບໍລິການສາທາລະນະອອນລາຍຢູ່ລະດັບ 3,4 ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ, ວິສາຫະກິດເຂົ້າໃຊ້ການບໍລິການສາທາລະນະທາງອອນລາຍທຸກຂັ້ນຂອງອົງການລັດໄດ້ຢ່າງສະດວກ. ພຽງໃນເວລາ 3 ເດືອນຕົ້ນປີ 2022, ປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດມີບັນຊີລາຍຊື່ຈົດທະບຽນກວ່າ 167.000 ບັນຊີ; ມີສຳເນົາເອກະສານປະຕິບັດທາງອອນລາຍຈາກປະຕູຖານດັ່ງກ່າວແມ່ນກວ່າ 510.000 ສະບັບ; ມີການທຳທຸລະກຳຊຳລະທາງອອນລາຍກວ່າ 163.000 ຄັ້ງດ້ວຍຈຳນວນເງິນກວ່າ 366 ຕື້ດົ່ງ. ລະບົບໃບບິນເອເລັກໂຕນິກໄດ້ຮັບການຜັນຂະຫຍາຍທົ່ວປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທີ່ກອງປະຊຸມເທື່ອທີ 2 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນທ້າຍເດືອນ ເມສາ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເນັ້ນໜັກວ່າ:
“ພວກເຮົາເປັນເອກະພາບບາງທັດສະນະ. ນັ້ນແມ່ນປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ສ້າງເຂດພັດທະນາໃໝ່, ສ້າງກຳລັງໜູນໃໝ່ ແລະ ຕ້ອງມີຈິນຕະນາການບຸກທະລຸ ເພື່ອສ້າງແຫຼ່ງກຳລັງມີລັກສະນະກະໂດດຂັ້ນ. ຕ້ອງມີວິໄສທັດຍຸດທະສາດໄລຍະຍາວ, ພັດທະນາຢ່າງປອດໄພ, ຍືນຍົງ, ພັດທະນາຖືກຕາມຈຸດສຸມ, ຈຸດໃຈກາງ, ພັດທະນາຕາມທິດສອດຄ່ອງກັບແຕ່ລະໄລຍະພັດທະນາຂອງປະເທດຊາດ. ແນ່ນອນວ່າ ມັນຕ້ອງຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີ, ໄປທັນກັບບັນດາບັນຫາຂອງຊີວິດ ແລະ ບັນດາບັນຫາທີ່ເກີດຂຶ້ນໃນວິວັດການຈັດຕັ້ງປະຕິບັດ, ຊຸກຍູ້ການຫັນເປັນດີຈີຕອນ ຕ້ອງຕິດພັນກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ຕິດແທດກັບພຶດຕິກຳຕົວຈິງ ແລະ ເລີ່ມມາຈາກພຶດຕິກຳຕົວຈິງ”.
ກໍ່ທີ່ກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ຕັ້ງໜ້າຊີ້ນຳ, ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍ ເພື່ອແນໃສ່ຊຸກຍູ້ວິວັດການຫັນເປັນດີຈີຕອນແຫ່ງຊາດ, ຕິດພັນກັບການປະຕິຮູບດ້ານການບໍລິຫານຢ່າງແໜ້ນແຟ້ນ; ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ຕົວເມືອງອັດສະລິຍະ; ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍການປະຕິວັດອຸດສາຫະກຳຄັ້ງທີ 4 ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:
“ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຮຽກຮ້ອງໃຫ້ຜູ້ນຳໜ້າ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງຊີ້ນຳການຫັນເປັນດີຈີຕອນ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຮີບເຮັ່ງຜັນຂະຫຍາຍໜ້າທີ່ທີ່ໄດ້ຮັບມອບໝາຍໃນໂຄງການຫັນເປັນດີຕີຕອນແຫ່ງຊາດ, ຍຸດທະສາດແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ແຜນການປີ 2022 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ກວດກາຄືນວຽກງານ ແລະ ຊີ້ນຳບໍລິຫານດ້ວຍຄວາມຕັດສິນໃຈສູງ, ມີການກະທຳຢ່າງຂ້ຽວຂາດ, ບັນລຸປະສິດທິຜົນ”.
ໂດຍແມ່ນຫົວໜ້າອົງການຊີ້ນຳການຫັນເປັນດີຈີຕອນແຫ່ງຊາດ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ເນັ້ນໜັກຫຼາຍຄັ້ງວ່າ: ປີ 2022 ແມ່ນປີ “ປະຕິບັດການຫັນເປັນດີຈີຕອນຂະໜາດໃຫຍ່” ແລະ ແມ່ນປີສຸມໃສ່ຮັບໃຊ້ປະຊາຊົນ. ໃນປີ 2022, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ ແລະ ພວມສຸມໃສ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ບັນດາພື້ນຖານດີຈີຕອນສຳຄັນ ເພື່ອຍູ້ແຮງວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
