ດ້ວຍເລື່ອງບັນດາສະມາຊິກຊາວໜຸ່ມ ແລະ ນັກຮຽນປະກອບເງິນ 1.000 ດົ່ງໃນແຕ່ລະປີເພື່ອສ້າງກອງທຶນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ໃນໄລຍະເກືອບ 8 ປີຜ່ານມາ, ມີນັບສີບຄອບຄົວນັກຮຽນທຸກຍາກຢູ່ເມືອງ ກຣົວ ປັ໊ກ, ແຂວງ ດັ໊ກລັ໊ກ, ໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຢູ່ຖາວອນ, ສວຍງາມກວ່າ. ບັນດາເຮືອນທີ່ໄດ້ ກໍ່ສ້າງຈາກແຫຼ່ງທຶນ 1.000 ດົ່ງນັ້ນ ໄດ້ຊ່ວຍໃຫ້ພວກນ້ອງ ແລະ ຄອບຄົວມີຄວາມໄວ້ເນື້ອເຊື່ອໃຈ, ມີມານະຈິດເພື່ອບືນຕົວຂຶ້ນໃນການຮ່ຳຮຽນ ແລະ ການດຳລົງຊີວິດ.
(ພິທີເລີ່ມລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວອ້າຍ ອີດຸ໊ດ ເອບານ) |
ຕົ້ນປີນີ້, ລູກຊາຍຂອງອ້າຍ ອີດຸ໊ດ ແມ່ນ ອີຢຸຍນີເອ (ນັກຮຽນຫ້ອງປໍ 4, ໂຮງຮຽນປະຖົມ ໂງຢາຕື້) ໄດ້ຮັບການໜູນຊ່ວຍຈຳນວນເງິນ 25 ລ້ານດົ່ງ ຈາກຄະນະຊາວໜຸ່ມເມືອງ ແລະ ບັນດາຫົວໜ່ວຍໄດ້ອຸປະຖຳເປັນຈຳນວນເງິນ 40 ລ້ານດົ່ງ ຕື່ມອີກເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ. ເຮືອນຫຼັງນີ້ຫາກໍ່ເລີ່ມກໍ່ສ້າງໃນຕົ້ນເດືອນ ມີນາ, ທັງຄອບຄົວຂອງອ້າຍ ອີດຸ໊ດ ລ້ວນແຕ່ມີຄວາມເບີກບານມ່ວນຊື່ນ.
“ວຽກງານ ແລະ ສະພາບເສດຖະກິດຂອງຄອບຄົວໄດ້ປະສົບກັບຄວາມຫຍຸ້ງຍາກ, ພຽງແຕ່ອີງໃສ່ການໄປເຮັດຮັບຈ້າງໃຫ້ພໍກິນເທົ່ານັ້ນ, ສະນັ້ນເຮືອນຢູ່ກໍ່ເຮັດແບບເຮືອນຕູບ ຊົ່ວຄາວເທົ່ານັ້ນ, ຍ້ອນຫາບໍ່ໄດ້ແຫຼ່ງເງິນກູ້ຢືມເພື່ອກໍ່ສ້າງເປັນເຮືອນຖາວອນ. ແຕ່ ປະຈຸບັນໄດ້ຮັບແຫຼ່ງເງິນໜູນຊ່ວຍກໍ່ສ້າງເຮືອນຫຼັງໜຶ່ງ, ຂ້າພະເຈົ້າຮູ້ສຶກມີປິຕິຊົມຊື່ນທີ່ສຸດ. ມີເຮືອນຫຼັງໃໝ່ແລ້ວ, ທັງຄອບຄົວກໍ່ມານະພະຍາຍາມເຮັດວຽກເພື່ອພັດທະນາເສດຖະກິດ ແລະ ຊື້ເຄື່ອງໃຊ້ໃນຄອບຄົວຕື່ມອີກ”.
(ປ້າ ມາຍທິເຟືອງ, ເປັນ 1 ໃນຈຳນວນ 2 ຄອບຄົວໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນ) |
ກ່ອນໜ້ານັ້ນ, ກໍ່ຢູ່ຕາແສງ ເຕີນຕ໊ຽນ, ເມືອງ ກຣົງ ປັ໊ກ, ມີເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງກໍ່ໄດ້ຮັບການກໍ່ສ້າງ. ປ້າ ມາຍທິເຟືອງ, ເປັນ 1 ໃນຈຳນວນ 2 ຄອບຄົວໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນ ເລົ່າສູ່ຟັງວ່າ: ເມື່ອໄດ້ຮັບເງິນໜູນຊ່ວຍ 25 ລ້ານດົ່ງເພື່ອກໍ່ສ້າງເຮືອນ, ສອງຜົວເມຍປ້າໄດ້ໄປກູ້ຢືມເງິນຕື່ມອີກເພື່ອປຸກສ້າງເຮືອນໃຫ້ກວ້າງໃຫຍ່ກວ່າ. ຍ້ອນໄດ້ຮັບການຊ່ວຍເຫຼືອຈາກບັນດາສະມາຊິກຊາວໜຸ່ມ ແລະ ຍາດຕິພີ່ນ້ອງ ສະນັ້ນພາຍຫຼັງ 1 ເດືອນ ເຮືອນຂອງປ້າກໍ່ໄດ້ຮັບການກໍ່ສ້າງສຳເລັດ. ປ້າ ມາຍທິເຟືອງ, ແບ່ງປັນວ່າ.
“ຈຳນວນເງິນທີ່ກູ້ຢຶມໄດ້ນັ້ນ ເມື່ອທຽບໃສ່ຄົນອື່ນແມ່ນບໍ່ຫຼາຍ, ແຕ່ສຳລັບຂ້າພະເຈົ້າແມ່ນຫຼາຍແລ້ວ. ນັບແຕ່ເມື່ອເຮືອນໄດ້ຮັບການກໍ່ສ້າງສຳເລັດແລ້ວ ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫຼາຍ, ປະຈຸບັນຊີວິດຂອງຄອບຄົວ ກໍປົກກະຕິແລ້ວ, ໜີ້ກໍ່ຄ່ອຍໆຊຳລະໄດ້ໝົດ.”
ບັນດາເຮືອນແຫ່ງສາຍຈິດມິດໃຈດັ່ງກ່າວໄດ້ຮັບການກໍ່ສ້າງຈາກລາຍການ “ເຮືອນແຫ່ງສາຍຈິດມິດໃຈ-ເຮືອນ 1.000 ດົ່ງ” ໂດຍຄະນະຊາວໜຸ່ມເມືອງ ກຣົງ ປັ໊ກ ຜັນຂະຫຍາຍນັບແຕ່ປີ 2013. ຕາມນັ້ນແລ້ວ, ແຕ່ລະປີຄະນະຊາວໜຸ່ມເມືອງໄດ້ຂົນຂວາຍການແຜ່ບໍລິຈາກໃນໝູ່ຊາວໜຸ່ມ,ເຍົາວະຊົນ ອະນຸຊົນ, ຄົນລະ 2.000 ດົ່ງ ເພື່ອກໍ່ສ້າງເຮືອນ 2 ຫຼັງໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດດ້ານເຮືອນຢູ່. ອ້າຍ ຫວໍກວ໊ກຫວຽດ, ເລຂາຄະນະພັກຕາແສງ ເຕີນຕ໊ຽນ, ເມືອງ ກຣົງ ປັ໊ກ, ໃຫ້ຮູ້ວ່າ.
“ໂດຍປະຕິບັດຕາມຄຳແນະນຳຂອງຄະນະຊາວໜຸ່ມເມືອງ, ແຕ່ລະປີລ້ວນແຕ່ມີລາຍການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 1.000 ດົ່ງ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍເຖິງໜ່ວຍຊາວໜຸ່ມຢູ່ບັນດາບ້ານ ແລະ ສຳຫຼວດທຸກບ້ານ ແລະ ຄະນະຊາວໜຸ່ມຕາແສງກໍ່ໄດ້ໜູນຊ່ວຍໃນວິວັດການຜັນຂະຫຍາຍການກໍ່ສ້າງ. ທັງລະບົບການເມືອງໄດ້ເຂົ້າຮ່ວມເພື່ອແນໃສ່ຫຼຸດຜ່ອນອັດຕາຄອບຄົວທຸກຍາກ ແລະ ບັນດາຄອບຄົວທຸກຍາກເປັນພິເສດດ້ານເຮືອນຢູ່ ຕ້ອງໄດ້ຮັບການແກ້ໄຂໄວເພື່ອໃຫ້ເຂົາເຈົ້າໝັ້ນໃຈພັດທະນາເສດຖະກິດ”.
ມາຮອດປະຈຸບັນ, ລາຍການເຮືອນ 1.000 ດົ່ງຢູ່ເມືອງ ກຣົງ ປັ໊ກ ໄດ້ໜູນຊ່ວຍກໍ່ສ້າງເຮືອນ 12 ຫຼັງໃຫ້ແກ່ຄອບຄົວນັກຮຽນປະສົບກັບຄວາມຫຍຸ້ງຍາກ. ອ້າຍ ຫງວຽນວັນຮ່າ, ເລຂາຄະນະຊາວໜຸ່ມເມືອງ ກຣົງ ປັ໊ກ ໃຫ້ຮູ້ວ່າ, ລາຍການໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ບໍ່ພຽງແຕ່ຊ່ວຍໃຫ້ບັນດາຄອບຄົວມີເຮືອນຢູ່ຖາວອນ ເພື່ອຈາກນັ້ນຮັບປະກັນຊີວິດການເປັນຢູ່, ບືນຕົວຂຶ້ນເທື່ອລະກ້າວເພື່ອລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຫາກຍັງປຸກລູກຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນໝູ່ຊາວໜຸ່ມ, ໄວໜຸ່ມ ແລະ ນັກສຶກສາອີກດ້ວຍ.
“ປະສິດທິຜົນບໍ່ພຽງແຕ່ຢຸດຢູ່ໃນການກໍ່ສ້າງເຮືອນຫຼັງໜຶ່ງເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນ, ສຶກສາຊາວໜຸ່ມເຍົາວະຊົນອະນຸຊົນມີການປະຢັດ, ຄວາມຮັກແພງ, ແບ່ງປັນກັບປະຊາຄົມອີກດ້ວຍ. ສະພາບຕົວຈິງສະແດງໃຫ້ເຫັນວ່າ, ມີຫຼາຍຄອບຄົວ, ພິເສດແມ່ນບັນດາຊາວໜຸ່ມເຍົາວະຊົນອະນຸຊົນແມ່ນຜູ້ໄດ້ຮັບຜົນປະໂຫຍດຈາກລາຍການ ຊຶ່ງໄດ້ມີມານະຈິດ, ມານະພະຍາຍາມ ບືນຕົວຂຶ້ນໃນການຮ່ຳຮຽນ ແລະ ເສດຖະກິດຄອບຄົວກໍ່ເລີ່ມດີຂຶ້ນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງທ້ອງຖິ່ນ. ວຽກງານທ່ີມີຄວາມໝາຍນີ້ກໍ່ໄດ້ຮັບການຮ່ວມແຮງຮ່ວມໃຈ ໜູນຊ່ວຍຈາກປະຊາຄົມ”.
ປະກອບເງິນພຽງ 1.000 ດົ່ງ/ປີ, ເຖິງວ່າຈຳນວນເງິນເລກໜ້ອຍກໍ່ຕາມ, ແຕ່ດ້ວຍການຮ່ວມແຮງຮ່ວມໃຈ, ປະກອບກຳຮັງເຫື່ອແຮງຂອງກຳລັງຊາວໜຸ່ມ ແລະ ນັກສຶກສາ, ນັບມື້ນັບມີເຮືອນແຫ່ງສາຍຈິດມິດໃຈໃໝ່ຫຼາຍຫຼັງໄດ້ຮັບການກໍ່ສ້າງ. ວິທີເຮັດຂອງຄະນະຊາວໜຸ່ມເມືອງ ກຣົງ ປັ໊ກ ໄດ້ປະກອບສ່ວນແຜ່ຂະຫຍາຍຈິດໃຈແບ່ງປັນ, ຄວາມສາມັກຄີໃນໝູ່ໄວໜຸ່ມ, ສຶກສາພວກນ້ອງກ່ຽວກັບມູນເຊື້ອອັນດີງາມ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງຊາດຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

