ພາບປະກອບ: TTXVN |
ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ລະຫວ່າງ ອາຊຽນ (ໃນນັ້ນມີ ຫວຽດນາມ) ແລະ 5 ຄູ່ຮ່ວມມືແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວຊີແລນ ໄດ້ລົງນາມໃນເດືອນພະຈິກ ປີ 2020 ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022 ເປັນຕົ້ນໄປ.
ເປົ້າໝາຍຂອງສັນຍາແມ່ນສ້າງພື້ນຖານຮ່ວມມືດ້ານເສດຖະກິດຢ່າງເລິກເຊິ່ງ, ສຸມໃສ່ບັນດາຂົງເຂດການຄ້າສິນຄ້າ, ການບໍລິການ ແລະ ການລົງທຶນ. RCEP ກວມເອົາປະມານ 30% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນທົ່ວໂລກ, ລວມມູນຄ່າ 26,2 ພັນຕື້ USD ແລະ ເກືອບ 1/3 ປະຊາກອນໂລກ, ປະມານ 2,2 ຕື້ຄົນ.
ກາລະໂອກາດໃຫຍ່ ແຕ່ຜົນປະໂຫຍດບໍ່ສະໝ່ຳສະເໝີ
ມີນັກເສດຖະກິດຫຼາຍຄົນໄດ້ຕີລາຄາວ່າ RCEP ແມ່ນຂໍ້ຕົກລົງໃຫຍ່ລຸ້ນໃໝ່. ສັນຍານີ້ຈະນຳກາລະໂອກາດມາໃຫ້ ອາຊີ ໄປທັນກັບການຄ້າພາຍໃນກຸ່ມ ເຊິ່ງEU ທີ່ພວມໄດ້ຊົມໃຊ້ໃນປັດຈຸບັນ. ຕາມ RCEP ແລ້ວ, ມີປະມານ 90% ປະເພດພາສີການຄ້າໃນກຸ່ມຈະໄດ້ຮັບການລົບລ້າງ. ການຄ້າລະຫວ່າງເຂດໄດ້ຮັບການກະຕຸກຊຸກຍູ້ຢ່າງໃຫຍ່ຫຼວງ ເມື່ອບັນດາປະເທດ ຢູ່ອາຊີ ປາຊີຟິກ ມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. RCEP ກໍ່ຈະຕັ້ງບັນດາຂໍ້ກຳນົດລວມກ່ຽວກັບການຄ້າ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ ແລະ ການແກ້ງແຍ້ງ, ເພີ່ມທະວີທີ່ຕັ້ງຂອງພາກພື້ນ ອາຊີ - ປາຊີຟິກ ຄື “ສູນຈຸດສຸມ” ສຳລັບການຄ້າທົ່ວໂລກ.
ໃນບົດວິເຄາະຫວ່າງມໍ່ໆມານີ້ກ່ຽວກັບຂໍ້ຕົກລົງນີ້, ພາກສ່ວນການຄ້າຂອງ ສປຊ (UNCTAD) ໃຫ້ຮູ້ວ່າ RCEP ຈະຊຸກຍູ້ການຄ້າລະຫວ່າງພາກພື້ນຕື່ມອີກ 42 ຕື້ USD. ຈີນໄດ້ຮັບຖືວ່າແມ່ນປະເທດໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.
ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຫຼາຍທ່ານຖືວ່າ ທ່າໄດ້ປຽບຂອງ RCEP ຈະບໍ່ສະໝ່ຳສະເໝີລະຫວ່າງ 15 ປະເທດທີ່ໄດ້ລົງນາມ. ຈີນ - ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ, ພ້ອມກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ. RCEP ຈະອະນຸຍາດໃຫ້ ຈີນ ສຳຜັດກັບບັນດາຕະຫຼາດນຳເຂົ້າສຳຄັນທີ່ຍົກເວັ້ນພາສີ ຄື: ຍີ່ປຸ່ນ ແລະ ສ.ເກົາຫຼີ, ພ້ອມທັງຮັບປະກັນສິດສຳຜັດກັບບັນດາຕະຫຼາດຊອກຫາແຫຼ່ງສະໜອງການນຳເຂົ້າ (ບັນດາປະເທດ ອາຊຽນ) ໃຫ້ລະບົບສະໜອງການຜະລິດຢ່າງມະຫາສານຂອງຕົນ. ປັດຈຸບັນ, ຈີນບໍ່ມີຂໍ້ຕົກລົງສອງຝ່າຍ ກັບ ຍີ່ປຸ່ນ ແລະ ພຽງແຕ່ມີຂໍ້ຕົກລົງຈຳກັດກັບ ສ.ເກົາຫຼີ - ເຊິ່ງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ແລະ ທີ 5 ຂອງປະເທດນີ້.
ມີນັກຊ່ຽວຊານຫຼາຍທ່ານກໍ່ຄາດຄະເນວ່າ ໃນຂະນະທີ່ບັນດາພື້ນຖານເສດຖະກິດໃຫຍ່ຢູ່ອາຊີ ຈະໄດ້ຮັບສ່ວນຫຼາຍຜົນປະໂຫຍດສ່ວນຫຼາຍ, RCEP ອາດຈະເຮັດໃຫ້ບັນດາປະເທດທີ່ນ້ອຍກ່ວາໃນ ອາຊຽນ ປະສົບກັບສິ່ງທ້າທາຍ ແລະ ເສຍຜົນປະໂຫຍດ, ຍ້ອນວ່າ ຂໍ້ຕົກລົງການຄ້າບໍ່ລວມມີບັນດາຂະແໜງອຸດສະຫະກຳຫຼັກຂອງເຂົາເຈົ້າ. ບັນດາປະເທດ ອາຊຽນ ທີ່ນ້ອຍກ່ວາອາດເສຍຜົນປະໂຫຍດຈາກໂຄງການບູລິມະສິດການຄ້າ ເຊິ່ງອະນຸຍາດໃຫ້ເຂົາເຈົ້າສົ່ງອອກບັນດາຜະລິດຕະພັນໂດຍຍົກເວັ້ນພາສີ ອອກນອກອາຊຽນ, ລວມມີທັງສ.ເກົາຫຼີ ແລະ ຍີ່ປຸ່ນ.
ນຳມາເຊິ່ງກະໂອກາດຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ
ຫວ່າງມໍ່ໆມານີ້, ບົດລາຍງານຂອງ WB ໄດ້ຄາດຄະເນວ່າ ໃນໄລຍະ 2020 – 2035, ຫວຽດນາມ ຈະຫຼຸດລະດັບພາສີນຳເຂົ້າສະເລ່ຍແຕ່ 0,8 ລົງ 0,2%, ໃນຂະນະທີ່ໄດ້ຊົມໃຊ້ລະດັບພາສີສົ່ງອອກຫຼຸດແຕ່ 0,6% ລົງ 0,1%. ຕາມແຜນການທີ່ເປັນໜ້າປະເອີບໃຈທີ່ສຸດ, ເມື່ອຍາດແຍ່ງໄດ້ທຸກຜົນປະໂຫຍດ. ຫວຽດນາມ ຈະມີລະດັບລາຍຮັບສູງທີ່ສຸດໃນຈຳນວນບັນດາປະເທດສະມາຊິກ RCEP. ລະດັບລາຍຮັບຂອງ ຫວຽດນາມ ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ກັບລະດັບພື້ນຖານ, ສູງກ່ວາປະເທດຕ່າງໆທີ່ມີລາຍຮັບເພີ່ມຂຶ້ນພຽງແຕ່ 2,5%. ທຸກໆປະເທດສະມາຊິກ RCEP ລ້ວນແຕ່ເຫັນປະຈັກຕາການສົ່ງອອກ ແລະ ນຳເຂົ້າເພີ່ມຂຶ້ນ, ໃນນັ້ນ ຫວຽດນາມ ຄາດວ່າ ບັນລຸລະດັບເພີ່ມຂຶ້ນການສົ່ງອອກສູງທີ່ສຸດດ້ວຍ 11,4%. ກໍຄ້າຍຄືກັນ, ການນຳເຂົ້າຂອງ ຫວຽດນາມ ກໍ່ມີການເຕີບໂຕພໍສົມຄວນ, ຢູ່ລະດັບ 9,2%.
RCEP ຍັງສ້າງກາລະໂອກາດຊຸກຍູ້ການເຕີບໂຕ ແລະ ໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ແລະ ມາເລເຊຍ ແມ່ນບັນດາປະເທດທີ່ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກສັນຍາສະບັບນີ້. RCEP ຈະຊ່ວຍໃຫ້ ຫວຽດນາມ ສຳຜັດກັບຕະຫຼາດບໍລິໂພກໃຫຍ່ທົບ 2 ເທົ່າເມື່ອທຽບໃສ່ຂອບຂະໜາດຂອງບັນດາຕະຫຼາດໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ຍ້ອນວ່າ RCEP ລວມມີທັງ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງຍົກສູງມາດຕະຖານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ລະດັບສູງກ່ວາ ແລະ ມີລັກສະນະແກ້ງແຍ້ງທີ່ເຂັ້ມງວດກ່ວາ.
ປັດຈຸບັນ, ອັດຕາ ການຄ້າລະຫວ່າງບັນດາປະເທດ RCEP ກວມເອົາພຽງແຕ່ 20% ຍອດການຄ້າຂອງບັນດາປະເທດສະມາຊິກ, ດັ່ງນັ້ນ, ມີຫຼາຍກາລະໂອກາດເພີ່ມກະແສການຄ້າໃນພາກພື້ນ ເພື່ອຊຸກຍູ້ການເຕີບໂຕ. ສຳລັບ ຫວຽດນາມ, ຍ້ອນໄດ້ເຂົ້າຮ່ວມບັນດາສັນຍາ FTA ຕ່າງໆໃນພາກພື້ນ, ດັ່ງນັ້ນ ສ່ວນຫຼາຍຜົນປະໂຫຍດ ບໍ່ແມ່ນມາຈາກການຫຼຸດຜ່ອນລະດັບພາສີ ເຊິ່ງຢູ່ໃນລະດັບຕ່ຳຢູ່ແລ້ວ, ແທນທີ່ນັ້ນ ແມ່ນການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະມາຈາກບັນດາຄຳໝັ້ນສັນຍາຢ່າງເລິກເຊິ່ງກ້ວາງຂວາງກວ່າ, ຮອບດ້ານກ່ວາ ຜ່ານການຄ້າພາຍໃນກຸ່ມ RCEP, ບັນດາກົດເກນຕົ້ນກຳເນີດລວມ ແລະ ການເປີດເຜີຍທີ່ຫຼາຍກວ່າອີກສຳລັບສິນຄ້າ ແລະ ການບໍລິການຜ່ານບັນດາຕະຫຼາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
