ພົ້ນເດັ່ນແມ່ນກຸ່ມປູຊະນີຍະສະຖານຕ່າງໆຄື: ວັນມ໋ຽວ ຊີກດັ່ງ, ວັດ ຈວງ, ສາລາວັດ ຫຽນ, ວິຫານ ເໝົາ, ວິຫານ ໄມ, ວິຫານ ກິມດັ່ງ… ເຊີນທ່ານຜູ້ຟັງ, ຜູ້ອ່ານພ້ອມກັນໄປຢ້ຽມຢາມແຂວງ ຮືງອຽນ ເພື່ອຄົ້ນຫາບັນດາສິ່ງຍອດຍິ່ງທາງດ້ານວັດທະນະທຳຢູ່ຄຸ້ມຖະໜົນ ຫຽນ ຜ່ານບົດຂຽນຂອງນັກຂ່າວລານແອງ.

ວັນມ໋ຽວ ຊີກດັ່ງ

ໂດຍແມ່ນທ່າກ່ຳປັ່ນການຄ້າໂດ່ງດັງໃນເມື່ອກ່ອນ, ຄຸ້ມຖະໜົນ ຫຽນ ເຄີຍເປັນຈຸດນັດພົບຂອງບັນດານັກທຸລະກິດມາຈາກກ່ວາ 10 ປະເທດມາດຳເນີນທຸລະກິດ, ຄ້າຂາຍຄື: ໂຮນລັງ, ຍີ່ປຸ່ນ, ແອັດສະປາຍ, ປອັກຕູຍການ, ຈີນ… ພ້ອມກັບສິນຄ້າ, ບັນດານັກທຸລະກິດຕ່າງປະເທດ ໄດ້ນຳມາໃຫ້ສະຖານທີ່ແຫ່ງນີ້ບັນດາສະຖາປັດຕະຍາກຳ ແລະ ຮີດຄອງປະເພນີ, ວັດທະນະທຳຫຼາຍຮູບຫຼາຍສີ, ອຸດົມສົມບູນ. ທ່ານ ຫວູວັນທ່ວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮືງອຽນ, ໃຫ້ຮູ້ວ່າ: ບັນດາປູຊະນີຍະສະຖານຂອງຄຸ້ມຖະໜົນ ຫຽນ ໄດ້ຮັບການກໍ່ສ້າງ ແລະ ພັດທະນາໃນສະຕະວັດທີ 16, 17, ຕິດພັນກັບໄລຍະໂດ່ງດັງດ້ວຍປະໂຫຍກທີ່ວ່າ: “ທີໜຶ່ງແມ່ນພະລາດຊະວັງ, ທີສອງແມ່ນຄຸ້ມຖະໜົນຫຽນ”:

“ບັນດາປູຊະນີຍະຖານຜ່ານການເວລາ, ໄດ້ຮັບຜົນສະທ້ອນຈາກທຳມະຊາດ, ບັນດາປູຊະນີຍະສະຖານລ້ວນແຕ່ໄດ້ຮັບການຟື້ນຟູ, ປະຕິສັງຂອນຄືນໃໝ່. ບັນດາປູຊະນີຍະສະຖານເຫຼົ່ານີ້ແມ່ນຕິດພັນກັບໄລຍະພັດທະນາການທ່ອງທ່ຽວຂອງຖະໜົນຫຽນ. ມາຮອດປະຈຸບັນ, ລະຫວ່າງອະດິດຕະການ ແລະ ອະນາຄົດ, ລະຫວ່າງປະຈຸບັນນັ້ນ, ບັນດາປູຊະນີຍະສະຖານເຫຼົ່ານັ້ນແມ່ນຈຸດພົ້ນເດັ່ນຂອງປະຫວັດສາດ ແລະ ໃນປະຈຸບັນ. ບັນດາປູຊະນີຍະສະຖານນັ້ນ ທັງເປັນຂີດໝາຍຂອງການເວລາ, ທັງສະແດງໃຫ້ເຫັນສະຖາປັດຕະຍາກຳ, ຄຸນຄ່າດ້ານຈິດວີນຍານ ແລະ ປະຫວັດສາດ, ໄດ້ບັນທຶກບັນດາຂີດໝາຍແຫ່ງວິວັດການສ້າງຕັ້ງ ແລະ ພັດທະນາຂອງຄຸ້ມຖະໜົນ ຫຽນ ໃນເມື່ອກ່ອນ ແລະ ນະຄອນ ຮືງອຽນ ໃນປະຈຸບັນ.”

ຈຸດພົ້ນເດັ່ນຂອງກຸ່ມປູຊະນີຍະສະຖານ ຄຸ້ມຖະໜົນ ຫຽນ ແມ່ນສະຖາປັດຕະຍາກຳ. ສະຖາປັດຕະຍາກຳຂອງບັນດາກິດຈະກຳ ມີການປະສານກັນຢ່າງກົມກຽວ, ລະອຽດອ່ອນລະຫວ່າງສະຖາປັດຕະຍາກຳຂອງຈີນ, ຂອງຝ່າຍຕາເວັນຕົກກັບວັດທະນະທຳຂອງ ຫວຽດນາມ. ຢູ່ບັນດາປູຊະນີຍະສະຖານແຫ່ງນີ້ຍັງເກັບຮັກສາບັນດາຮູບແກະຄວັດສະຫຼັກລວດລາຍຂອງສັດສີ່ໂຕ, ຫົວມັງກອນ …

ໂດຍໄດ້ຮັບການກໍ່ສ້າງໃນຕົ້ນສະຕະວັດທີ 17, ວັນມ໋ຽວ ຊີກດັ່ງ ແມ່ນສະຖານທີ່ເຊີດຊູພື້ນຖານວັດທະນະທຳ, ຈິດໃຈມັກຮ່ຳມັກຮຽນຂອງປະຊາຊົນຢູ່ແຫ່ງນີ້ ແລະ ຍັງຮັກສາໄດ້ຈຸດດັ້ງເດີມພາຍຫຼັງເວລາເກືອບ 400ປີ. ໂດຍນອນໃນບ້ານ ຊີກດັ່ງ, ຕາແສງລາມເຊີນ, ນະຄອນ ຮືງອຽນ, ວັນມ໋ຽວຊີກດັ່ງ ແມ່ນສະຖານທີ່ສຳຄັນໃນກຸ່ມປູຊະນີຍະສະຖານ ຄຸ້ມຖະໜົນຫຽນ. ໂດຍໄດ້ຮັບການກໍ່ສ້າງແຕ່ທ້າຍສະໄໝລາດຊະວົງເລ - ສະຕະວັດທີ 17 (ປະມານປີ 1701) ແລະ ຜ່ານການບູລະນະປະຕິສັງຂອນຂະໜາດໃຫຍ່ປີ 1839, ມາຮອດປະຈຸບັນ, ວັນມ໋ຽວ ຍັງຄົງຮັກສາໄວ້ສະຖາປັດຕະຍາກຳເກົ່າໄດ້ເໝືອເດີມ. ເອື້ອຍ ຫງວຽນທີຮ່ວາ, ຫົວໜ້າພະແນກນຳທ່ຽວ, ຄະນະຄຸ້ມຄອງປູຊະນີຍະສະຖານ, ໃຫ້ຮູ້ວ່າ:

“ວັນມ໋ຽວ ແມ່ນສະຖານທີ່ເປັນສັນຍາລັກໃຫ້ແກ່ມູນເຊື້ອມັກຮ່ຳຮຽນຂອງແຂວງ ຮືງອຽນ ດັ່ງນັ້ນ, ໃນແຕ່ລະປີດຶງດູງຜູ້ມາຊົມເປັນຈຳນວນຫຼວງຫຼາຍ, ພິເສດແມ່ນໂອກາດຕົ້ນລະດູບານໃໝ່. ໃນນັ້ນ, ສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາ ມາຂໍພອນພາວະນາໃຫ້ຕົນເອງມີສົກຮຽນສະດວກໂຊກດີ, ຍາດໄດ້ຜົນງານສູງ.”

ວັດ ຈວງ

ພ້ອມກັບວັນມ໋ຽວ ຊີກດັ່ງ, ວັດ ຈວງ ນອນໃນກຸ່ມປູຊະນີຍະສະຖານຄຸ້ມຖະໜົນ ຫຽນ ໃນເມື່ອກ່ອນ, ເຄີຍໄດ້ຮັບການຂະໜານນາມວ່າ ແມ່ນ “ເຂດທັດສະນີຍະພາບສວຍງາມອັນດັບໜຶ່ງ”. ວັດ ຈວງ ຫຼື ຍັງເອີ້ນວ່າ ກິມຈູງຕື້ ໄດ້ຮັບການກໍ່ສ້າງໃນສະໄໝລາດຊະວົງ ເລ (ສະຕະວັດທີ 15) ແລະ ຜ່ານການປະຕິສັງຂອນໃຫຍ່ໃນປີ 1707 ອັນໄດ້ສ້າງໃຫ້ວັດມີຄວາມສົມບຸນຄືໃນປະຈຸບັນ. ເອື້ອຍ ຫງວຽນທິລຽນ, ຜູ້ນຳທ່ຽວຢູ່ເຂດປູຊະນີຍະສະຖານໄດ້ແນະນຳວ່າ:

“ກໍ່ຄ້າຍຄືກັບວັດແຫ່ງຕ່າງໆ, ວັດ ຈວງ ແມ່ນບ່ອນບູຊາພະພຸດທະເຈົ້າ ແມ່ນບ່ອນບອກສອນມະນຸດຕ້ອງທຳບຸນທຳກຸສົນ, ບໍ່ໄດ້ເຮັດສິ່ງຊົ່ວຮ້າຍຕ້ອງຢູ່ໃນສິນກິນໃນທຳ. ຢູ່ເດີນສາລາຍັງໄດ້ຮັກສາຫໍບູຊານ້ອຍເຮັດດ້ວຍຫີນໄວ້. ນີ້ແມ່ນບ່ອນບູຊາເຮັດດ້ວຍຫີນເກົ່າແກ່, ຫາຍາກທີ່ສຸດຢູ່ ຄຸ້ມຖະໜົນ ຫຽນ, ແຂວງ ຮືງອຽນ. ບ່ອນບູຊານີ້ໄດ້ຮັບການກໍ່ສ້າງໃນປີ 1702. ເປັນຮູບດອກບົວພວມປານ, ໄດ້ຄວັດລວດລາຍຮູບໂຕນົກ ແລະ ດອກບົວໃສ່.”

ນອກຈາກ ບັນດາກິດຈະກຳຮັບໃຊ້ການເຄື່ອນໄຫວສາສະໜາ, ການເຫຼື້ອມໃສແລ້ວ, ນະຄອນ ຮືງອຽນ ໃນປະຈຸບັນ ຍັງຄົງຮັກສາບາງປູຊະນີຍະສະຖານກ່ຽວຂ້ອງເຖິງການດຳເນີນຊີວິດ ຂອງປະຊາຊົນຢູ່ຄຸ້ມ ຖະໜົນ ຫຽນ ໃນເມື່ອກ່ອນໄວ້. ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນເຂດປູຊະນີຍະສະຖານຄຸ້ມຖະໜົນ ຫຽນ ແລະ ໄດ້ຮັບການຈັດອັນດັບແມ່ນເຂດ ປູຊະນີຍະສະຖານສະຖາປັດຕະຍາກຳສິລະປະລະລະດັບຊາດພິເສດ.