ລາຍຮັບຈາການລ້ຽງກຸ້ງກ້າມແຕ່ 70 - 100 ລ້ານດົ່ງ/ເຮັກຕາ/ປີ |
ຮູບແບບລ້ຽງກຸ້ງກ້າມ ໂດຍຂະແໜງກະສິກຳ ນະຄອນເກິ່ນເທີ ຜັນຂະຫຍາຍໃນບໍລິເວນຕາແສງແທງ້ໝີ, ເມືອງ ວິງແທັງ ແຕ່ປີ 2016 ມາຮອດປັດຈຸບັນ ດ້ວຍເນື້ອທີ່ກວ້າງກ່ວາ 20 ເຮັກຕາ. ການລ້ຽງກຸ້ງກ້າມ ໄດ້ຮັບຖືວ່າມີສະມັດຕະພາບສູງກ່ວາຫຼາຍ ເມື່ອທຽບໃສ່ກັບການລ້ຽງກຸ້ງທຳມະດາ. ນອກຈາກການນຳໃຊ້ຫົວອາຫານກຸ້ງແລ້ວ ຜູ້ລ້ຽງກຸ້ງອາດຈະນຳໃຊ້ເຂົ້າສານໝາກພ້າວແຫ້ງເປັນອາຫານໃຫ້ກຸ້ງ ເພື່ອຫຼຸດຜ່ອນຄ່າຫົວອາຫານໃນການລ້ຽງກຸ້ງ. ຍິ່ງໄປກ່ວານັ້ນ, ກຸງກ້າມ ສາມາດປັບຕົວໃຫ້ແທດເໝາະກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຊຶມເຂົ້າ ຢູ່ເທດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ດ້ວຍເນື້ອທີ່ລ້ຽງກຸ້ງກ້າມກ່ວາ 1 ເຮັກຕາທີ່ໃກ້ຈະຮອດລະດູການສົ່ງອອກ, ລຸງ ຫງວຽນເລຈຸງ, ຢູ່ ຕະແສງແທັງໝີ ໄດ້ແບ່ງປັນວ່າ ນັບແຕ່ເວລາປ່ຽນມາເປັນຮູບແບບລ້ຽງກຸ້ງກ້າມນີ້, ລາຍຮັບສະເລ່ຍຕໍ່ປີຂອງຄອບຄົວລຸງ ບັນລຸໄດ້ກ່ວາ 100 ລ້ານດົ່ງ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບການປູກເຂົ້າ.
ນັບແຕ່ເມື່ອຂະແໜງອຸດສາຫະກຳ ນະຄອນເກິ່ນເທີ ໄດ້ຈັດການຝຶກອົບຮົມ, ຖ່າຍທອດເຕັກນິກລຸ້ຽງກຸ້ງກ້າມແຕ່ປີ 2016, ມາຮອດປັດຈຸບັນ, ເສດຖະກິດຄອບຄົວ ລຸງ ເລວັນຟຽມ ຢູ່ຕາແສງ ແທັງໝີ ກໍ່ມີຄວາມເປັນປົກກະຕິ. ແຕ່ລະປີ, ຄອບຄົວລຸງ ສ້າງລາຍຮັບມາໄດ້ ປະມານ 200 ລ້ານດົ່ງ, ພາຍຫຼັງຫັກຄ່າໃຊ້ຈ່າຍຕ່າງໆໃນການລ້ຽງ ກໍ່ມີກຳໄລແຕ່ 70 – 100 ລ້ານດົ່ງ/ປີ. ລຸງ ເລວັນຟຽມ ແບ່ງປັນວ່າ:
ການລ້ຽງກຸ້ງຜູ້ ຂອງຂ້າພະເຈົ້າໃນປັດຈຸບັນ ກໍ່ບັນລຸໄດ້ປະສິດທິຜົນ, ໄລຍະທີ່ຜ່ານມາ, ຂ້າພະເຈົ້າປູກເຂົ້າ ແຕ່ລາຄາບໍ່ເປັນປົກກະຕິ, ປັດຈຸບັນລ້ຽງກຸ້ງລາຄາກໍ່ດີຂຶ້ນ, ແຕ່ປີນີ້ລາຄາຂອງກຸ້ງບໍ່ໄດ້ດີປານໃດ. ດັ່ງນັ້ນ, ພໍ່ແມ່ປະຊາຊົນມີຄວາມຕ້ອງການວ່າ ລັດຈະລົງທຶນແນວໃດເພື່ອໃຫ້ກຸ້ງມີລາຄາທີ່ສູງກ່ວາ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ.
ປັດຈຸບັນ ຕະແສງແທັງໝີ ສ່ວນຫຼາຍປູກເຂົ້າ, ລ້ຽງປາຈາ, ສ່ວນເນື້ອທີ່ລ້ຽງກຸ້ງປະມານເກືອບ 21 ເຮັກຕາ. ໃນໄລຍະຈະມາເຖິງ, ຕະແສງແທັງໝີ ຈະເປີດກ້ວາງເນື້ອທີ່ລ້ຽງກຸ້ງກ້າມສົມທົບກັບການປູກເຂົ້າ. ການລ້ຽງກຸ້ງກ້າມ ສະຫຼັບກັບການປູກເຂົ້າໃນນາ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດເທົ່ານັ້ນ ຫາກຍັງເຮັດໃຫ້ປ່ຽນແປງຄວາມຊີນເຄີຍໃນການຜະລິດແບບດັ້ງເດີມ, ຜະລິດອອກຜະລິດຕະພັນປອດສານພິດ. ພ້ອງທັງ, ການປູກລ້ຽງສະຫຼັບກັນນັ້ນ ກໍຍັງສ້າງຄວາມກົມກຽວກັນໃນສະພາບແວດລ້ອມແຫ່ງການເຕີບໂຕລະຫວ່າງ ກຸ້ງ ແລະ ຕົ້ນເຂົ້າ, ຫຼຸດຜ່ອນພະຍາດ, ສວຍໃຊ້ເນື້ອທີ່, ນຳໃຊ້ອາຫານທີ່ຍັງເຫຼືອ ເພີ່ມເຕີມ ເຊິ່ງກັນແລະກັນ. ໄປຄຽງຄູ່ກັນນັ້ນ, ຕາແສງຍັງເຊື່ອມຕໍ່ກັບບັນດາວິສາຫະກິດເພື່ອຊອກຫາສົ້ນອອກຢ່າງມີສະຖຽນລະພາບໃຫ້ແກ່ກຸ້ງ. ທ່ານ ຫງວຽນກ໊ວກຮຸຍ, ພະນັກງານສົ່ງເສີມກະສິກຳຕາແສງແທັງໝີ ໃຫ້ຮູ້ວ່າ:
ຜົນກຳໄລປະມານ 70 – 100 ລ້ານດົ່ງ/ເຮັກຕາ/ປີ, ກຳໄລຈາກເຂົ້າກໍ່ໄດ້ຕື່ມອີກ 18 – 22 ລ້ານດົ່ງ. ຍອດກຳໄລປີໜຶ່ງ, ໃນເນື້ອທີ່ 1 ເຮັກຕາ ຂອງການລ້ຽງກຸ້ງ ແລະ ປູກເຂົ້າ ບັນລຸໄດ້ປະມານ 130 ລ້ານດົ່ງ, 140 ລ້ານດົ່ງ.
ຂະແໜງກະສິກຳ ນະຄອນເກິ່ນເທີ ຈະຖືຮູບແບບການລ້ຽງກຸ້ງກ້າມຢູ່ ຕາແສງແທັງໝີ ເປັນຮູບແບບທີ່ຈະໄດ້ຮັບການທະວີຄູນໃນວົງກ້ວາງໃຫ້ແກ່ບັນດາເມືອງຕ່າງໆ. ໃນນັ້ນ, ທາງທ້ອງຖິ່ນຈະເອົາໃຈໃສ່ເຖິງການຈັດສັນ ເຂດລ້ຽງກຸ້ງ, ຮາກຖານຜະລິດກຸ້ງພັນທີ່ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ມາຍນາມ, ຮອງຫົວໜ້າສູນການບໍລິການກະສິກຳ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:
ມາຮອດປັດຈຸບັນ, ອາດເຫັນໄດ້ວ່າ ການລ້ຽງກຸ້ງນຳມາເຊິ່ງປະສິດທິຜົນສູງກ່ວາເມື່ອທຽບໃສ່ກັບການປູກເຂົ້າ. ຕາມແຜນນະໂຍບາຍຂອງຂະແໜງກະສິກຳ, ພວກຂ້າພະເຈົ້າໄດ້ເລີ່ມຫັນໄປຍັງການລ້ຽງສິນໃນນ້ຳ, ປູກຕົ້ນໄມ້ກິນໝາກ ຫຼັງຈາກນັ້ນຈິ່ງຮອດການປູກເຂົ້າ. ພວກຂ້າພະເຈົ້າຍັງຮັກສາຮູບແບບນີ້ຢູ່ ຕະແສງແທັງໝີ, ເມືອງ ວິງແທັງ ແລ້ວຈະຄ່ອຍໆທະວີຄູນຮູບແບບນີ້ຢູ່ເມືອງເກີດໍ ແລະ ເມືອງ ທົດໜົດ.
ໃນໄລຍະເບື້ອງຕົ້ນ, ຮູບແບບລ້ຽງກຸ້ມກ້າມ ຢູ່ຕາແສງ ແທັງໝີ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ ແລະ ຜົນກຳໄລສູງໃຫ້ແກ່ປະຊາຊົນ. ຮູບແບບການ Start up ລ້ຽງກຸ້ງກ້າມ ໄດ້ສ້າງການຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ປະຊາຊົນ, ຊ່ວຍໃຫ້ຂະແໜງກະສິກຳ ແຂວງ ເກິ່ນເທີ ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
