ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງນັກຮຽນຮູ້ ແມ່ນບັນດານັກຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບປະທານ ໂຮ່ຈີມິນ ແລະ ການພົວພັນ ຫວຽດນາມ - ອິນໂດເນເຊຍ. ບົດຂຽນຂອງນັກຂ່າວ VOV.
ໃນບັນດາເຫດການປະຫວັດສາດ ເຊິ່ງ ຫວຽດນາມ ແລະ ອິນໂດເນເຊຍ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງໃນປີນີ້, ຈຸດພົ້ນເດັ່ນແມ່ນການສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດ ແລະ ກໍ່ແມ່ນ 60 ປີແຫ່ງວັນປະທານາທິບໍດີ Sukarno ມາຢ້ຽມຢາມ ຫວຽດນາມ. ການພົວພັນທາງການທູດໄດ້ຍົກລະດັບແຕ່ຂັ້ນສະຖານກົງສູນໃຫຍ່ຂຶ້ນເປັນສະຖານທູດຢ່າງເປັນທາງການກໍ່ຄົບຮອບ 60 ປີພໍດີ, ແມ່ນໄລຍະທາງແຫ່ງການພັດທະນານ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ໂດຍຜູ້ນຳຮັກຊາດຍິ່ງໃຫຍ່ 2 ທ່ານ, ຜູ້ນຳມີຄວາມປີຊາສາມາດ 2 ທ່ານຂອງ 2 ປະເທດ ຫວຽດນາມ - ອິນໂດເນເຊຍ ໄດ້ສ້າງຂຶ້ນ.
ນ້ຳໃຈເພື່ອນມິດແບບພິເສດລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno (ພາບ: TTXVN) |
ກອງປະຊຸມສຳມະນາໄດ້ນຳມາໃຫ້ມະຫາຊົນບັນດາມູມມອງຫລາຍສົ້ນກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດ ຂອງປະທານ ໂຮ່ຈີມິນ ໃນຮອບເວລາ 10 ວັນເມື່ອປີ 1959. ຕາມທ່ານ ຫງວຽນດັງຕ໊ຽນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ແລ້ວ, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໂດຍປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ພ້ອມກັບການນຳລຸ້ນຕ່າງໆຂອງ 2 ປະເທດເພີ່ມພູນຄູນສ້າງ, ສ້າງເປັນພື້ນຖານຢ່າງໝັ້ນຄົງແໜ້ນແຟ້ນ ແລະ ແມ່ນກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ ແລະ ພັດທະນາການພົວພັນ 2 ປະເທດໃນທຸກຂົງເຂດຄື: ດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ພົວພັນແລກປ່ຽນປະຊາຊົນ. ທ່ານ ຫງວຽນດັງຕ໊ຽນ ໃຫ້ຮູ້ວ່າ:
“ຜ່ານການເຄື່ອນໄຫວໃນ 62 ປີຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ຈັດຕັ້ງການຢ້ຽມຢາມ ແລະ ເຄື່ອນໄຫວຫລາຍຢ່າງກ່ຽວກັບການທ່ອງທ່ຽວ, ວັດທະນະທຳ ແລະ ການພົວພັນ 2 ປະເທດ. ປີ 2020, ເພື່ອຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2020), ສະມາຄົມຂອງ 2 ປະເທດຈະຈັດຕັ້ງບັນດາການເຄື່ອນໄຫວເພື່ອຂ່ຳນັບຮັບຕ້ອນຢ່າງແທດຈິງ.
ຕາມທ່ານນາງຮອງສາດສະດາຈານ, ປະລິນຍາເອກ, ອາຈານສອນຢູ່ສະຖາບັນຂ່າວສານໂຄສະນາ ເຈິ່ນທິມິງຕ໊ວຽດ ແລ້ວ, ປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ຍາມໃດກໍ່ໃຫ້ການຕ້ອນຮັບກັນຢ່າງອົບອຸ່ນ, ຖືກັນຄືອ້າຍນ້ອງໃນຄອບຄົວດຽວ. ການພົວພັນລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ບໍ່ພຽງແຕ່ແມ່ນການພົວພັນທາງການທູດລະຫວ່າງປະມຸກລັດ 2 ປະເທດເທົ່ານັ້ນ ແຕ່ຍັງແມ່ນນ້ຳໃຈແຫ່ງຄວາມເປັນມິດໃນການສູ້ຮົບ, ນ້ຳໃຈແຫ່ງຄວາມເປັນອ້າຍນ້ອງທີ່ດູດດື່ມ. ຜູ້ນຳ 2 ທ່ານຍາມໃດກໍ່ມີທັດສະນະເປັນເອກະພາບກ່ຽວກັບບັນດາບັນຫາສາກົນ ແລະ ຍາມໃດກໍ່ເຊື່ອໝັ້ນ, ສະໜັບສະໜູນການຕໍ່ສູ້ໂດຍເຂົາເຈົ້ານຳພາ. ພິເສດ, ປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ໄດ້ມອບຫຼຽນໄຊອັນສູງສົ່ງທີ່ສຸດຂອງປະເທດຕົນໃຫ້ແກ່ກັນ. ຢູ່ປະເທດ ອິນໂດເນເຊຍ ອ້າຍນ້ອງ, ປະທານ ໂຮ່ຈີມິນ ໄດ້ຮັບໃບປະກິດສະນີຍະບັດລະດັບປະລິນຍາເອກກິດຕິມະສັກໜຶ່ງດຽວໃນຊີວິດຂອງເພິ່ນ. ໃນຈຳນວນການນຳປະເທດຕ່າງໆທີ່ມາ ຫວຽດນາມ ນັ້ນ, ປະທານາທິບໍດີ Sukarno ແມ່ນການນຳທີ່ປະທານ ໂຮ່ຈີມິນ ໄດ້ມອບບົດກະວີເປັນຂອງຂວັນຫລາຍທີ່ສຸດ.
ທ່ານ Agus Marwan, ນັກແຕ່ງປຶ້ມທີີ່ມີຊື່ວ່າ “ການປະຕິວັດຢູ່ແຄມຝັ່ງແມ່ນ້ຳແດງ” ໃຫ້ຮູ້ວ່າ: ພາຍຫລັງຊອກຮູ້ກ່ຽວກັບການປະຕິວັດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ມາເວລາຫລາຍປີ, ທ່ານມີຄວາມຮູ້ສຶກກ່ຽວກັບບັນດາຈຸດຄ້າຍຄືກັນລະຫວ່າງ 2 ບຸກຄະລິກກະພາບອັນຍິ່ງໃຫຍ່. ທ່ານ Agus Marwan ໃຫ້ຮູ້ວ່າ:
“ໃນສາຍຕາຂອງຊາວ ອິນໂດເນເຊຍ, ປະທານ ໂຮ່ຈີມິນ ແມ່ນຜູ້ທີ່ຮັກຊາດ, ອຸທິດທັງຊີວິດຂອງຕົນເພື່ອຄວາມເປັນເອກະລາດຂອງ ຫວຽດນາມ, ແມ່ນການນຳທີ່ນຳພາການຕໍ່ສູ້ຕ້ານ ຍີ່ປຸ່ນ, ຝຣັ່ງ ແລະ ອາເມລິກາ. ປະທານ ໂຮ່ຈີມິນ ເຄີຍຂຽນຈົດໝາຍເຖິງ ອິນໂດເນເຊຍ ເພື່ອຮ່ວມມືກັນຕໍ່ສູ້ຕ້ານລ່າເມືອງຂຶ້ນ ແລະ ຈັກກະພັດ. ເພິ່ນກໍ່ແມ່ນຜູ້ທີ່ມີຄວາມຮູ້ຮອບຕົວຢ່າງເລິກເຊິ່ງ ແລະ ສາມາດເວົ້າໄດ້ຫລາຍພາສາ.”
ຕາມທ່ານ Rudy Harotono, ຜູ້ທີ່ຍາດໄດ້ລາງວັນທີໜຶ່ງໃນການເສັງຂຽນຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານ ໂຮ່ຈີມິນ ໂດຍສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ສົມທົບກັບພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງຂຶ້ນ, ຍ້ອນຄຸນງາມຄວາມດີຂອງການນຳ 2 ທ່ານ, ປະຊາຊົນ ອິນໂດເນເຊຍ ແລະ ຫວຽດນາມ ຈຶ່ງໄດ້ດຳລົງຊີວິດໃນພື້ນຖານຄວາມເປັນເອກະລາດ, ບໍ່ມີການແຊກແຊງຈາກພາຍນອກ. 2 ປະເທດກໍ່ພວມສືບຕໍ່ຮ່ວມມືກັນໃນທຸກຂົງເຂດ.
ກອງປະຊຸມສຳມະນາ “ນ້ຳໃຈແຫ່ງຄວາມເປັນມິດທີ່ສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ” ໄດ້ນຳເອົາຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດ ແລະ ການພົວພັນຂອງຜູ້ນຳ 2 ທ່ານກໍ່ຄື 2 ປະເທດ ຫວຽດນາມ - ອິນໂດເນເຊຍ ມາໃຫ້ມະຫາຊົນຢ່າງເລິກເຊິ່ງກ່ວາ. ບັນດາບົດປະກອບຄຳເຫັນໃນກອງປະຊຸມສຳມະນາຈະໄດ້ເອົາມາພິມເປັນປຶ້ມອານຸສອນ ກ່ຽວກັບການສະເຫຼີມສະຫຼອງເຫດການປະຫວັດສາດນີ້, ມຸ່ງໄປສູ່ການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຢ່າງແທດຈິງ ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
