(vovworld)- ງານວາງສະແດງພາບຖ່າຍ “ຮ່າໂນ້ຍໃນໝາກຫົວໃຈຂອງຂ້າພະເຈົ້າ” ຄັ້ງທີ 11 ດ້ວຍ ຫົວຂໍ້: “ຂີດໝາຍມໍລະດົກສະຖາປັດຕະຍະກຳ ຮ່າໂນ້ຍ” ຫາກໍດຳເນີນໄປຢູ່ສູນມໍລະດົກພະລາດຊະວັງ ທັງລອງ. ງານວາງສະແດງໂດຍຫນັງສືພິມເສດຖະກິດ ແລະ ຕົວເມືອງ ສົມທົບກັບສະໂມສອນຖ່າຍຮູບຂອງຜູ້ອາຍຸສູງຮ່າໂນ້ຍ ຈັດຕັ້ງ ເພື່ອແນໃສ່ເຊີດຊູ ແລະ ປະກອບສ່ວນໂຄສະນາມໍລະດົກຂອງເຂດດິນແດນແຫ່ງອະລິຍະທຳນັບພັນປີ.
![]() ງານວາງສະແດງພາບຖ່າຍກ່ຽວກັບຮ່າໂນ້ຍ
|
ງານວາງສະແດງຮູບພາບ “ຮ່າໂນ້ຍໃນໝາກຫົວໃຈຂອງຂ້າພະະເຈົ້າ” ໄດ້ແນະນຳໃຫ້ສາທາລະນະຊົນ ພາບຖ່າຍທີ່ພົ້ນເດັ່ນກວ່າ 80 ແຜ່ນກ່ຽວກັບຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ສະຖາປັດຕະຍະກຳຂອງນະຄອນຫລວງ ຮ່າໂນ້ຍ. ໃນນັ້ນ ມີບັນດາຄຸນຄ່າທີ່ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນທຳໂລກຄື: ພະລາດຊະວັງ ທັງລອງ ຮ່າໂນ້ຍ, ວັນມຽບກວາຕືຢາມ, ວັນບຸນຢອງ ຫລືບັນດາມໍລະດົກທີ່ເປັນສັນຍາລັກຕິດພັນກັບຮ່າໂນ້ຍຄື: ວັດເສົາດຽວ, ຫນອງໂຮ່ເກືອມ, ຂົວເທຮຸກ, ຂົວລອງບຽນ, ໂຮງລະຄອນໃຫຍ່…ກໍ່ຄືຮູບພາບຂອງວັດວາອາຮາມບູຮານຫລາຍແຫ່ງທີ່ຕິດພັນກັບຊີວິດດ້ານຈິດວິນຍານທີ່ສັກກະລະບູຊາ ແລະ ສະເພາະຂອງຊາວຫວຽດນາມ. ດ້ວຍ 3 ເນື້ອໃນຕົ້ນຕໍ ນັ້ນແມ່ນ: “ຂີດໝາຍສະຖາປັດຕະຍະກຳ ທັງລອງ - ຮ່າໂນ້ຍ”, “ສະຖາປັດຕະຍະກຳນະຄອນຫລວງໃນໄລຍະເຊື່ອມໂຍງ” ແລະ “ວຽກງານອະນຸລັກຮັກສາ, ປະຕິສັງຂອນ ຮັບປະກັນຄວາມເປັນຫລາຍຮູບຫລາຍແບບຂອງວັດທະນະທຳສະຖາປັດຕະຍະກຳ”, ງານວາງສະແດງຄືດັ່ງເລື່ອງລາວກ່ຽວກັບການຄົງຕົວຕາມການເວລາຂອງບັນດາມໍລະດົກ, ດ້ວຍຄວາມເອກອ້າງທະນົງໃຈ ແລະ ຮ່ວມແຮງຮ່ວມໃຈເພື່ອຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂອງຊາວຮ່າໂນ້ຍ ລຸ້ນຕ່າງໆ. ງານວາງສະແດງພາບຖ່າຍ ໄດ້ປະກອບສ່ວນໂຄສະນາພາບພົດນະຄອນຫລວງ ຮ່າໂນ້ຍ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ສະຖາປັດຕະຍະກຳ, ເຊື່ອມຕົວກັບວັດທະນະທຳສັງຄົມຂອງວົງຄະນາຍາດ, ສະຖານທີ່ທ່ອງທ່ຽວອັນດູດດື່ມ ໃຫ້ແກ່ສາທາລະນະຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ. ນີ້ເປັນການພິສູດໃຫ້ເຫັນວ່າ ເປັນຫຍັງຮ່າໂນ້ຍໄດ້ຮັບການຕີລາຄາວ່າ ແມ່ນຫນຶ່ງໃນສະຖານທີ່ທ່ອງທ່ຽວ 10 ແຫ່ງທີ່ດູດດື່ມກວ່າໝູ່ໃນໂລກ. ທ່ານ ດັ້ງລີງ, ສະໂມສອນຖ່າຍຮູບຂອງຜູ້ອາຍຸສູງ, ຫນັງສືພິມເສດຖະກິດ ແລະ ຕົວເມືອງ ແບ່ງປັນວ່າ:
“ຂ້າພະເຈົ້າພາບຖ່າຍ 2 ແຜ່ນກ່ຽວກັບຫໍພິພິດທະພັນປະຫວັດສາດ ແລະ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຂ້າພະເຈົ້າຢາກຮັກສາໄວ້ບັນດາຄວາມງາມດ້ານສະຖາປັດຕະຍະກຳຂອງຫໍພິພິດທະພັນປະຫວັດສາດ ແລະ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ສະຖາປັດຕະຍະກຳຂອງ ຝລັ່ງ. ສະນັ້ນ ພວກຂ້າພະເຈົ້າຈັດຕັ້ງງານວາງສະແດງເພື່ອແນະນຳໃຫ້ປະຊາຊົນບັນດາຄວາມງາມດ້ານສະຖາປັດຕະຍະກຳຂອງຮ່າໂນ້ຍ.”
![]() ຊາວຮ່າໂນ້ຍມາຊົມພາບຖ່າຍທີ່ງານວາງສະແດງ
|
ບັນດາພາບຖ່າຍຢູ່ງານວາງສະແດງຄັ້ງນີ້ ໂດຍ ນັກຖ່າຍຮູບຂອງສະໂມສອນຖ່າຍຮູບຂອງຜູ້ອາຍຸສູງ ຮ່າໂນ້ຍ, ບັນດານັກຂ່າວ, ຜູ້ຮ່ວມງານຂອງຫນັງສືພິມເສດຖະກິດ ແລະ ຕົວເມືອງ ປະຕິບັດ ແລະຮັກສາໄວ້ໃນຊຸມປີເຮັດອາຊີບ. ນອກຈາກສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບຄວາມຮັກທີ່ມີຕໍ່ຮ່າໂນ້ຍ, ນະຄອນຫລວງ ວິລະຊົນ, ນະຄອນເພື່ອສັນຕິພາບ, ບັນດາພາບຖ່າຍຍັງສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຮັກຕໍ່ນະຄອນ ຮ່າໂນ້ຍ ຂອງບັນດານັກຖ່າຍຮູບ, ຊື່ງແມ່ນຜູ້ທີ່ດຳລົງຊີວິດ, ເຮັດວຽກ ແລະ ສະຫນິດຕິດພັນກັບຮ່າໂນ້ຍໃນສີບໆປີຜ່ານມາ. ມີພາບຖ່າຍກວ່າ 80 ແຜ່ນໄດ້ຮັບການຄັດເລືອກຈາກພາບຖ່າຍທີ່ພົ້ນເດັ່ນກ່ຽວກັບມໍລະດົກສະຖາປັດຕະຍະກຳຂອງຮ່າໂນ້ຍ ນັບຮ້ອຍໆ ແຜ່ນ, ເໝາະສົມກັບຫົວເລື່ອງຂອງງານວາງສະແດງ ພ້ອມທັງຮັບປະກັນລັກສະນະສິລະປະຂອງການຖ່າຍຮູບ. ນັກຖ່າຍຮູບ ວັນຟຸກ, ສັງກັດ ສະໂມສອນຖ່າຍຮູບຂອງຜູ້ອາຍຸສູງຮ່າໂນ້ຍໃຫ້ຮູ້ວ່າ:
“ ປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບຢູ່ ຮ່າໂນ້ຍ ແມ່ນມີຫລວງຫລາຍ ແຕ່ພວກຂ້າພະເຈົ້າໄດ້ຄັດເລືອກບັນດາຄວາມງາມດ້ານສະຖາປັດຕະຍະກຳພົ້ນເດັ່ນ ແລະ ເປັນເອກະລັກສະເພາະທີ່ສຸດເພື່ອວາງສະແດງຢູ່ງານວາງສະແດງຄັ້ງນີ້. ຜ່ານນັ້ນ ເພື່ອໃຫ້ສາທາລະນະຊົນ ແລະ ນັກທ່ອງທ່ຽວ ມີຄວາມເຂົ້າໃຈກ່ຽວກັບນະຄອນຫລວງກວ່າ ແລະ ເຫັນໄດ້ຄຸນຄ່າ, ຄວາມງາມດ້ານສະຖາປັດຕະຍະກຳຂອງບັນດາປູຊະນີຍະສະຖານ, ທັດສະນີຍະພາບ ຮ່າໂນ້ຍ.”
ມາຢ້ຽມຊົມງານວາງສະແດງພາບຖ່າຍ, ເອື້ອຍ ຫງວຽນທູງາ ຢູ່ ເມືອງ ເກົາໄຢ ຮ່າໂນ້ຍ ແບ່ງປັນວ່າ:
“ບັນດາພາບຖ່າຍທີ່ງານວາງສະແດງແມ່ນບັນດາຮູບພາບທີ່ພົ້ນເດັ່ນກ່ຽວກັບມໍລະດົກແຫ່ງຕ່າງຢູ່ຮ່າໂນ້ຍ. ຂ້າພະເຈົ້າຫວັງວ່າ ງານວາງສະແດງຈະຊ່ວຍໃຫ້ລຸ້ນຫນຸ່ມມີຄວາມເຂົ້າໃຈກວ່າກ່ຽວກັບບັນດາຄຸນຄ່າດ້ານປະຫວັດສາດຂອງນະຄອນຫລວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.”
![]() ພາບຖ່າຍກ່ຽວກັບຂົວລອງບຽນ
ພາບ:dantri.com |
“ຮ່າໂນ້ຍໃນໝາກຫົວໃຈຂອງຂ້າພະເຈົ້າ” ແມ່ນງານວາງສະແດງປະຈຳປີ ໂດຍຫນັງສືພິມເສດຖະກິດ ແລະ ຕົວເມືອງ ສົມທົບກັບ ສະໂມສອນຖ່າຍຮູບຂອງຜູ້ອາຍຸສູງ ປະຕິບັດ. ຜ່ານໄລຍະ 10 ປີ ດ້ວຍງານວາງສະແດງເປັນ 10 ຄັ້ງ, “ຮ່າໂນ້ຍໃນໝາກຫົວໃຈຂອງຂ້າພະເຈົ້າ” ໄດ້ກາຍເປັນຈຸດນັດພົບຂອງຜູ້ນິຍົມຖ່າຍຮູບ, ມີຄວາມຮັກຕໍ່ນະຄອນຫລວງຮ່າໂນ້ຍ ໃນຕົ້ນເດືອນ 10 ປະຈຳປີ. ງານວາງສະແດງໄດ້ສ້າງຂີດໝາຍໃນດວງໃຈຂອງສາທາລະນະຊົນ ຍ້ອນມີຄວາມຮັກຕໍ່ນະຄອນຫລວງ ຮ່າໂນ້ຍ ຢ່າງຈິງໃຈ ແລະ ສະຫນິດແຫນ້ນ ພ້ອມດ້ວຍວິໄສທັດໃນອາຊີບທີ່ເຕັມໄປດ້ວຍວັດທະນະທຳມະນຸດ ແລະ ປະສົບການໃນຊີວິດຂອງບັນດານັກຖ່າຍຮູບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


