ດ້ວຍວິຖີຊີວິດທີ່ວ່າ “ດຳລົງຊີວິດແມ່ນເພື່ອແບ່ງປັນ” ອ້າຍ ຮ່ວາງກຸ໊ຍບິ່ງ - ນັກສຶກສາມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ສ້າງຫໍສະໝຸດ Dfree Book ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ ທີ່ສວຍງາມ ເພື່ອແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມ, ແຜ່ຂະຫຍາຍບັນດາວຽກງານດີງາມໃຫ້ປະຊາຄົມ. ເຊີນທ່ານພ້ອມກັບນັກຂ່າວ VOV ໄປຢ້ຽມຢາມຫໍສະໝຸດ Dfree Book ແລະ ພົບປະກັບອ້າຍ ຮ່ວາງກຸ໊ຍບິ່ງ ເພື່ອຊອກຮູ້ວ່າຫໍສະໝຸດ Dfree Book ໄດ້ຮັບການສ້າງຕັ້ງຂຶ້ນຄືແນວໃດ.

(ຫໍສະໝຸດ Dfree Book)

ເຂົ້າໄປເລິກໃນຮ່ອມເລກທີ 67, ຖະໜົນ ເລແທັງງີ້, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ປະມານ 300ມ, ກໍຈະຮອດເຮືອນເກົ່າຫຼັງໜຶ່ງທີ່ແຂວນປ້າຍດ້ວຍແຖວຕົວໜັງສືຂຽນວ່າ “Welcome to Dfree Book”. ມາຮອດປະຕູໂຂງ, ຂ້າພະເຈົ້າໄດ້ພົບກັບເອື້ອຍ ຫວູທິແທັງຢວຽນ, ພວມຈັບປຶ້ມບາງຫົວຍ່າງອອກຈາກຫໍສະໝຸດ. ປະຈຸບັນ, ເອື້ອຍ ຢວຽນ ພວມເຮັດວຽກຢູ່ບໍລິສັດ PCO ແລະ ໄດ້ຮູ້ຈັກເຖິງຫໍສະໝຸດນີ້ຜ່ານທາງ Facebook. ເອື້ອຍແບ່ງປັນວ່າ.

“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຫໍສະໝຸດນີ້. ຂ້າພະເຈົ້າມັກທີ່ສຸດຍ້ອນມີບ່ອນໃຫ້ຢືມປຶ້ມໂດຍບໍ່ຄິດຄ່າ ແລະ ໄດ້ຊ່ວຍເພີ່ມຄວາມຮູ້ຕື່ມອີກ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເຄົາລົບນັບຖືເມື່ອບັນດາເພື່ອນນັກສຶກສາໄດ້ສ້າງແນວຄວາມຄິດຄືແນວນີ້ເພື່ອເປັນການສົ່ງເສີມການອ່ານປຶ້ມ.”

(ຮ່ວາງກຸ໊ຍບິ່ງ (ຜູ້ໃສ່ແວ່ນຕາ) ພ້ອມກັບເພື່ອນມິດຂອງຕົນ)

ເມື່ອຍ່າງເຂົ້າໄປເດີ່ນບ້ານ, ບັນຍາກາດຢູ່ແຫ່ງນີ້ມີຄວາມສະຫງົບງຽບທີ່ສຸດ. ມີພຽງແຕ່ສຽງນົກຮ້ອງ, ດອກໄມ້ທີ່ມີຫຼາຍສີ, ຫຼາຍຊະນິດຕ້ອນຮັບຂ້າພະເຈົ້າ ເຊິ່ງໄດ້ປະດັບປະດານັບແຕ່ປະຕູໂຂງຈົນໄປຮອດລະບຽງເຮືອນ, ປຽບເໝືອນຄືພາຂ້າພະເຈົ້າເຂົ້າໄປສູ່ເຂດທີ່ສ້າງຄວາມດູດດື່ມເຕັມໄປດ້ວຍປຶ້ມ - ເຊິ່ງແມ່ນບ່ອນທີ່ ຮ່ວາງກຸ໊ຍບິ່ງ ພ້ອມກັບເພື່ອນມິດຂອງຕົນໄດ້ສ້າງຕັ້ງຂຶ້ນ. ຕອນທີ່ຂ້າພະເຈົ້າມາຮອດ, ອ້າຍ ຮ່ວາງກຸ໊ຍບິ່ງ ພວມແນະນຳໃຫ້ບັນດາເພື່ອນຮ່ວມງານມາໜູນຊ່ວຍອ້າຍ. ອ້າຍ ບິ່ງ ໄດ້ແບ່ງປັນວ່າ, ສຳລັບ ບິ່ງ ແລ້ວ ເລື່ອງສ້າງຕັ້ງຫໍສະໝຸດ Dfree Book ແມ່ນເລີ່ມມາຈາກຄວາມປາດຖະໜາຢາກໄດ້ແບ່ງປັນ ແລະ ເພື່ອຄວາມຮັກຕໍ່ສິ່ງແວດລ້ອມ.

“ຕອນເປັນນັກສຶກສາປີທີໜຶ່ງ, ຂ້າພະເຈົ້າໄດ້ຂາຍຕົ້ນໄມ້ປະດັບທາງອິນເຕີແນັດ. ຄາວນັ້ນ, ມີເພື່ອນນັກສຶກສາປີທີ 3 ມາຊື້ຕົ້ນໄມ້ ແລະ ເວົ້າວ່າ: “ໂອຍ! ເຈົ້າມີປຶ້ມມ່ວນຫຼາຍຫົວແທ້. ຂ້າພະເຈົ້າຮຽນຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ເປັນປີທີ 2 – 3 ແລ້ວ, ຂ້າພະເຈົ້າກໍ່ໄປເຮັດວຽກເພີ່ມ ແຕ່ເງິນກໍ່ບໍ່ພໍເພື່ອຊື້ປຶ້ມ. ຂ້າພະເຈົ້າມັກອ່ານປຶ້ມທີ່ສຸດ”. ຕອນນັ້ນ, ຂ້າພະເຈົ້າຈຶ່ງຖາມຕົນເອງວ່າ, ເປັນຫຍັງຈຶ່ງມີຄົນມັກອ່ານປຶ້ມຈົນເຖິງຂັ້ນນັ້ນ, ເຂົາເຈົ້າໄດ້ມານະພະຍາຍາມຫຼາຍຄືແນວນັ້ນ ແຕ່ກໍ່ຍັງບໍ່ມີເງິນຊື້ປຶ້ມອ່ານ, ໃນຂະນະທີ່ຕົນເອງມີປຶ້ມຫຼາຍຫົວ, ແຕ່ປຶ້ມປະໄວ້ຊື່່ໆແມ່ນຟຸມເຟືອຍທີ່ສຸດ. ອີກອັນໜຶ່ງແມ່ນຂ້າພະເຈົ້າໄດ້ເອົາໃຈໃສ່ເຖິງສິ່ງແວດລ້ອມ, ເມື່ອປຶ້ມຫົວໜຶ່ງໄດ້ສົ່ງຕໍ່ຫຼາຍຄົນ ຈະເປັນການຊ່ວຍຫຼຸດຜ່ອນການພິມຈຳໜ່າຍຄືນໃໝ່, ໝາຍຄວາມວ່າຈະຊ່ວຍຫຼຸດຜ່ອນຈຳນວນຕົ້ນໄມ້ຖືກຕັດໄປ. ຈາກນັ້ນ, ຂ້າພະເຈົ້າມີແນວຄວາມຄິດທີ່ວ່າໃຫ້ທຸກຄົນຢຶມປຶ້ມໃນຕູ້ປຶ້ມຂອງຕົນ”.

(ປຶ້ມປະໄວ້ຊື່ໆແມ່ນປຶ້ມບໍ່ມີຊີວິດ)

ສຳລັບອ້າຍ ບິ່ງ ແລ້ວ “ປຶ້ມປະໄວ້ຊື່ໆແມ່ນປຶ້ມບໍ່ມີຊີວິດ”, ເລື່ອງອ່ານປຶ້ມໄດ້ປະກອບຄວາມຮູ້ໃຫ້ລາວຫຼາຍເຕີບ. ຍ້ອນເຫດນັ້ນ, ລາວກໍ່ຢາກແຜ່ຂະຫຍາຍວັດທະນະທຳການອ່ານປຶ້ມໄປເຖິງທຸກໆຄົນ. ເພື່ອໃຫ້ຕູ້ປຶ້ມມີຄວາມອຸດົມສົນບູນກວ່າ, ລາວໄດ້ຈັດເຫດການ “ເອົາປຶ້ມແລກຕົ້ນໄມ້”. ຜ່ານເຫດການນີ້, ລາວ ໄດ້ຮັບປຶ້ມມ່ວນຫຼາຍຫົວ. ເມື່ອສ້າງ fanpafe ແບ່ງປັນກ່ຽວກັບປຶ້ມ ນັບມື້ນັບມີຫຼາຍຄົນຮູ້ຈັກເຖິງຕູ້ປຶ້ມຂອງ ບິ່ງ ແລະ ຈຳນວນຜູ້ມາຢືມປຶ້ມກໍ່ນັບມື້ນັບຫຼາຍຂຶ້ນ. ລາວຕົກລົງນຳໃຊ້ເງິນທີ່ປະຢັດໄດ້ນັ້ນເພື່ອສ້າງຫໍສະໝຸດ Dfree Book. ມີປຶ້ມກວ່າ 1.000 ຫົວທີ່ມີຫຼາຍປະເພດຄື: ປຶ້ມທັກສະ, ປຶ້ມສ້າງກຳລັງໜູນ, ປຶ້ມແນະນຳສ້າງຄວາມຮັ່ງມີ, ນະວະນິຍາຍ, ວັນນະຄະດີ…. ໄດ້ຈັດສັນຢ່າງມີວິທະຍາສາດຕາມແຕ່ລະໝວດ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ສ້າງຄວາມດຶງດູດສຳລັບບັນດາເພື່ອນນັກສຶກສາເທົ່ານັ້ນ, ຫາກບັນດາຜູ້ທີ່ເຮັດວຽກແລ້ວກໍ່ໄດ້ຍາດເວລາມາຢືມ ແລະ ອ່ານປຶ້ມໃນຍາມທ້າຍອາທິດ, ຄິດສະເລ່ຍແຕ່ລະເດືອນກໍ່ມີກວ່າ 600 ເທື່ອຄົນມາຢືມປຶ້ມ, ນັ້ນແມ່ນຍັງບໍ່ທັນໄດ້ຄິດໄລ່ຜູ້ມາອ່ານຢູ່ກັບທີ່ເລີຍ.

“ນີ້ແມ່ນວິທີທີ່ດີເພື່ອໃຫ້ບັນດາເພື່ອນໜຸ່ມມີບ່ອນເອົາປຶ້ມມາແລກເອົາຕົ້ນໄມ້ປະດັບໃນການດຳລົງຊີວິດຂອງເຂົາເຈົ້າ. ທີ 2, ຂ້າພະເຈົ້າໄດ້ຕີລາຄາສູງຕໍ່ວິທີຈັດວາງປຶ້ມຢູ່ທີ່ນີ້. ບັນດາປຶ້ມຢູ່ທີ່ນີ້ແມ່ນອຸດົມສົມບູນ ແລະ ຖືກຄັດເລືອກຢ່າງລະອຽດ. ນີ້ແມ່ນແຫ່ງທີ່ເປັນໜ້າມາອ່ານປື້ມ, ນັບທັງບັນຍາກາດຢູ່ແຫ່ງນີ້ກໍ່ຄືດັ່ງຢູ່ໃນປຶ້ມອີກດ້ວຍ”.

“ຢູ່ແຫ່ງນີ້ມີປຶ້ມຫຼາຍຫົວທີ່ນ້ອງຢາກອ່ານ, ກ່ອນນີ້ຍັງບໍ່ທັນມີໂອກາດ. ຫໍສະໝຸດນີ້ຍິ່ງມີຄວາມໝາຍຕື່ມອີກ ຍ້ອນຢູ່ແຫ່ງນີ້ມີປຶ້ມຂອງຫຼາຍຄົນສົ່ງມາໃຫ້ເພື່ອສ້າງເປັນຫໍສະໝຸດ. ທຸກຄົນພ້ອມກັນຢາກແບ່ງປັນຄວາມຮູ້, ບັນດາເລື່ອງລາວເຊິ່ງຜູ້ອ່ານໄດ້ອ່ານແລ້ວກໍ່ແບ່ງປັນໃຫ້ຜູ້ຍັງບໍ່ທັນໄດ້ອ່ານ”.

(21 ໂມງແລ້ວ, ຫຼາຍຄົນຍັງເມົາມົວຫຼົງໄຫຼກັບການອ່ານປຶ້ມ)

21 ໂມງແລ້ວ, ແຕ່ແສງໄຟໃນເຮືອນຫຼັງນີ້ຍັງຮຸ່ງຢູ່, ຫຼາຍຄົນຍັງເມົາມົວຫຼົງໄຫຼກັບການອ່ານປຶ້ມ. ບັນຍາກາດຢູ່ແຫ່ງນີ້ມິດງຽບທີ່ສຸດ, ໄດ້ຍິນພຽງແຕ່ສຽງຂອງເຂັມໂມງ ແລະ ສຽງເປີດປຶ້ມ. ຍ້ອນເຫດນີ້, ຈຶ່ງເຮັດໃຫ້ ບິ່ງ ຍິ່ງມີຄວາມປິຕິຊົມຊື່ນ ແລະ ມີຄວາມຜາສຸກຍ້ອນທຸກສິ່ງທຸກຢ່າງແມ່ນລື່ນກາຍຄວາມໄຝ່ຝັນຂອງບິ່ງ. ບິ່ງ ສືບຕໍ່ຂາຍຕົ້ນໄມ້ ແລະ ພ້ອມກັບພວກເພື່ອນນັກສຶກສາຂາຍເຄື່ອງທີ່ເຮັດດ້ວຍຕົນເອງ ເພື່ອຮັກສາການເຄື່ອນໄຫວຂອງຫໍສະໝຸດແຫ່ງນີ້. ບໍ່ພຽງແຕ່ເທົ່ານັ້ນ, ບິ່ງ ຍັງເປີດຫໍສະໝຸດ Dfree Book ສາຂາທີ 2 ຢູ່ເມືອງ ເກົ່າໄຢ໊, ຮ່າໂນ້ຍ ຕື່ມອີກ, ຕັ້ງບັນດາຕູ້ປຶ້ມບໍ່ຄິດຄ່າຢູ່ບ້ານເດັກ SOS ແລະ ຢູ່ໂຮງຮຽນບາງແຫ່ງທີ່ເຂດພູດອຍຄື: ຮ່ວາບິ່ງ, ຮ່າຢາງ. ຮ່ວາງກຸ໊ຍບິ່ງ ປາດຖະໜາຢາກມີຄົນຮູ້ຈັກເຖິງຫໍສະໝຸດແຫ່ງນີ້ຫຼາຍກວ່າອີກ, ຍ້ອນບັນດາປຶ້ມຢູ່ຫໍສະໝຸດນີ້ໄດ້ຊ່ວຍໃຫ້ຜູ້ອ່ານມີຄວາມຮູ້ຕື່ມອີກ ແລະ ຫວັງວ່າ ພວກເພື່ອນຈະມີການກະທຳ, ນຳໃຊ້ບັນດາຄວາມຮູ້ນັ້ນເຂົ້າໃນຊີວິດຕົວຈິງ, ພຽງມີແຕ່ເທົ່ານັ້ນ, ຫໍສະໝຸດຈຶ່ງມີຄວາມໝາຍ ແລະ ມີປະສິດທິຜົນ.