ປຸກລະດົມ“ບັ້ນເຄື່ອນໄຫວໂມງໜ່ວຍໂລກ" (ພາບ: qdnd.vn) |
ຈຸດເນັ້ນໃນບັນດາເຫດການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນ ແມ່ນເຫດການຊອກຮູ້ກ່ຽວກັບ “ໂມງໜ່ວຍໂລກ” ແບບທາງໄກ ຜ່ານເວັບໄຊຂອງໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ (https://tietkiemnangluong.com.vn/). ການເສັງຈະດຳເນີນແຕ່ວັນທີ 17 – 31 ມີນາ ເຊິ່ງໄດ້ ແລະ ພວມດຶງດູດການເຂົ້າຮ່ວມນັບພັນເທື່ອຄົນ, ພິເສດແມ່ນຊາວໜຸ່ມ. ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
ຜ່ານການເສັງຊອກຮູ້ກ່ຽວກັບໂມງໜ່ວຍໂລກ ແບບທາງໄກ, ພວກຂ້າພະເຈົ້າຫວັງວ່າຈະດຶງດູດການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼາຍ. ພິເສດ ຫວັງວ່າ ນັກຮຽນ, ນັກສຶກສາຈະມີຄວາມຮູ້ຕື່ມອີກກ່ຽວກັບຜົນປະໂຫຍດຂອງການປະຢັດໄຟຟ້າ, ປະຢັດພະລັງງານ, ການປົກປັກຮັກສາສິ່ງແວດລ້ອມ. ຈາກນັ້ນ, ກໍ່ປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນພາລະກິດ ແລະ ເປົ້າໝາຍຂອງປະເທດຊາດກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ປະຢັດພະລັງງານໃນໄລຍະຈະມາເຖິງ.
ເດືອນມີນາຂອງທຸກປີ ແມ່ນເດືອນຍອດສູງໃນການປະຕິບັດການຕອບສະໜອງ “ບັ້ນເຄື່ອນໄຫວໂມງໜ່ວຍໂລກ” ແລະກໍ່ແມ່ນເດືອນທີ່ຂະບວນການຊາວໜຸ່ມອາສາສະໝັກມີຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດ. ຫຼາຍປີຜ່ານມາ, ບັ້ນເຄື່ອນໄຫວໂມງໜ່ວຍໂລກຢູ່ ຫວຽດນາມ ກໍ່ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມເປັນຈຳນວນຫຼາຍດ້ວຍຫຼາຍການເຄື່ອນໄຫວປະດິດຄິດສ້າງ, ຜ່ານນັ້ນ ສະຕິ ປະຢັດໄຟຟ້າຂອງໄວໜຸ່ມກໍ່ນັບມື້ນັບໄດ້ເພີ່ມຂຶ້ນສູງ.
ໂດຍແມ່ນນັກສຶກສາ, ນ້ອງເຫັນວ່າ ການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ແມ່ນດີຫຼາຍ, ຍິ່ງໄປກ່ວານັ້ນ ມັນສ້າງຄວາມຊິ້ນເຄີຍໃນການປະຢັດໄຟຟ້າໃຫ້ແກ່ເຮົາ, ເຊິ່ງຈະປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈ່າຍໃນແຕ່ລະປີຂອງນັກສຶກສາ ແລະ ປະກອບສ່ວນບໍ່ໜ້ອຍເຂົ້າໃນການປະຢັດພະລັງງານໃນປັດຈຸບັນ.
ເຖິງວ່າແມ່ນການກະທຳທີ່ງ່າຍດາຍ ນັ້ນແມ່ນມອດໄຟໃນເວລາ 1 ຊົ່ວໂມງ ແຕ່ອາດຈະຊ່ວຍໃຫ້ໜ່ວຍໂລກດີຂຶ້ນກ່ວາເກົ່າ. ນອກຈາກນັ້ນ, ພວກນ້ອງຍັງໂຄສະນາໃຫ້ທຸກຄົນບໍ່ຖິ້ມຂີ້ເຫຍື້ອຢ່າງຊະຊາຍ, ຮັກສາສິ່ງແວດລ້ອມຂຽວສະອາດ ແລະ ສວຍງາມ.
ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: nhandan.vn) |
ນັບແຕ່ເວລາປຸກລະດົມ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ມາຮອດປັດຈຸບັນ, ການເຄື່ອນໄຫວທີ່ປະສົບຜົນສຳເລັດທີ່ສຸດຂອງ ບັ້ນເຄື່ອນໄຫວນີ້ໃນທຸກໆປີຍັງແມ່ນເລື່ອງບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໃນໂລກ ໄດ້ພ້ອມກັນ “ມອດໄຟ 1 ຊົ່ວໂມງ” ແຕ່ເວລາ 20 ໂມງ 30 ມາທີ ຫາເວລາ 21 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ ໃນວັນເສົາສຸດທ້າຍຂອງເດືອນມີນາ - ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນໃນທົ່ວໂລກຕໍ່ວິກິດການສິ່ງແວດລ້ອມໃນປັດຈຸບັນ, ພ້ອມທັງຮຽກຮ້ອງໃຫ້ຊອກຫາວິທີການແກ້ໄຂເພື່ອປົກປັກຮັກສາໜ່ວຍໂລກ ແລະ ສ້າງອະນາຄົດທີ່ສົດໄສ, ຍືນຍົງ. ແລະຄວາມໝາຍໃຫຍ່ທີ່ສຸດຂອງເຫດການຍັງແມ່ນການສື່ສານຍົກສູງຄວາມຮັບຮູ້ໃນຊຸມຊົນກ່ຽວກັບລະດັບຄວາມສຳຄັນຂອງການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ໃນສະພາບການທີ່ຕ້ອງປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າ:
ສານຂອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກທີ່ຢາກສົ່ງໄປຍັງປະຊາຄົມນັ້ນແມ່ນບໍ່ພຽງແຕ່ປະຢັດໄຟຟ້າ, ປະຢັດພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມໃນ 1 ຊົ່ວໂມງເທົ່ານັ້ນ ພວກເຮົາຕ້ອງປະຕິບັດສິ່ງນີ້ໃນຕະຫຼອດໄລຍະ 365 ວັນໃນປີອີກດ້ວຍ. ພວກຂ້າພະເຈົ້າຖືວ່າ ການກະທົບຂອງການສື່ສານໃນ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ຈະໄດ້ຮັບການແຜ່ກະຈາຍໄປຍັງທົ່ວສັງຄົມ ແລະ ວິສາຫະກິດ.
ດ້ວຍຜົນກະທົບ ແລະ ກຳລັງແຜ່ກະຈາຍໃນທົ່ວປະເທດ, ບັ້ນເຄື່ອນໄຫວໂມງໜ່ວຍໂລກ ຈະປະກອບສ່ວນຫັນການປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງ ຫວຽດນາມ ລົງເພື່ອບັນລຸການປ່ອຍອາຍພິດລົງເປັນ “0” (Net Zero) ໃຫ້ປະກົດຜົນເປັນຈິງໃນປີ 2050. ປີ 2022, ພາຍຫຼັງ ການມອດໄຟ 1 ຊົ່ວໂມງເພື່ອໂລກ ຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກ, ຫວຽດນາມ ປະຢັດ ໄຟຟ້າໄດ້ 309.000 kWh, ຕົກເປັນມູນຄ່າປະມານ 24,5 ພັນ USD.
ປີນີ້, ບັ້ນເຄື່ອນໄຫວໂມງໜ່ວຍໂລກໄດ້ດຳເນີນໃນວັນທີ 25 ມີນາ. ດ້ວຍເປົ້າໝາຍທີ່ດີງາມຂອງໂຄງການ, ບັ້ນເຄື່ອນໄຫວໂມງໜ່ວຍໂລກ ບໍ່ພຽງແຕ່ແມ່ນເຫດການມອດໄຟທີ່ເປັນສັນຍາລັກເທົ່ານັ້ນ ຫາກຍັງຈະສືບຕໍ່ແຜ່ກະຈາຍເຖິງທຸກອົງການ, ສ່ວນບຸກຄົນ ເພື່ອພ້ອມກັນກະທຳເພື່ອໜ່ວຍໂລກສີຂຽວ, ມີການພັດທະນາແບບຍືນຍົງ ຜ່ານບັນດາການເຄື່ອນໄຫວທີ່ແທດຈິງ ກ່ຽວກັບການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

