ເຍື່ອງອາຫານຂອງເຫ້ວ |
ອາຫານການກິນຢູ່ເຫ້ວ ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ຈາກເຍື່ອງອາຫານທີ່ລຽບງ່າຍ, ທຳມະດາ ຕະຫຼອດຮອດບັນດາເຍື່ອງອາຫານໄດ້ຈັດຢູ່ໃນລະດັບສູງ. ໃນນັ້ນ, ບັນດາເຍື່ອງອາຫານໄດ້ຈັດຢູ່ໃນລະດັບສູງທີ່ສຸດແມ່ນອາຫານພະລາດຊະວັງ. ນັ້ນແມ່ນສິ່ງທີ່ຍອດຍິ່ງຂອງວັດທະນະທຳອາຫານການກິນ ຫວຽດນາມ ຍ້ອນມັນໄດ້ສະແດງໃຫ້ເຫັນຄວາມລະບຽບຮຽບຮ້ອຍ, ສູງສົ່ງ ແລະ ເຕັມໄປດ້ວຍກຳລັງດຶງດູດ. ພ້ອມກັນນັ້ນ, ຢູ່ ເຫ້ວ ຍັງມີອາຫານນັບຮ້ອຍເຍື່ອງອື່ນອີກນັ້ນແມ່ນອາຫານເຈ, ອາຫານພື້ນເມືອງ.
ວັດທະນະທຳອາຫານການກິນຢູ່ເຫ້ວ ບໍ່ພຽງແຕ່ແມ່ນສິລະປະໃນການປຸງແຕ່ງ, ນຳສະເໜີບັນດາເຍື່ອງອາຫານເທົ່ານັ້ນ ຫາກສູງກ່ວານັ້ນແມ່ນຄວາມສຳນຶກດ້ານທິດສະດີປັດຊະຍາ, ແນວຄິດກ່ຽວກັບຄວາມງາມໃນການຮັບປະທານອາຫານອີກດ້ວຍ. ທ່ານນາງ ຮ່ວາງທິຍືຮຸຍ, ນັກສິລະປະການດ້ານອາຫານການກິນ ເຫ້ວ, ໃຫ້ຮູ້ວ່າ: “ອາຫານການກິນຢູ່ເຫ້ວມີຄຸນຄ່າທີ່ສຸດເພາະວ່ານັ້ນແມ່ນເຍື່ອງອາຫານທີ່ປຸງແຕ່ງມາຈາກເຂດດິນແດນເຊິ່ງຢູ່ບ່ອນນັ້ນບັນດາແມ່ຍິງໄດ້ຮັບການລ້ຽງດູ, ສຶກສາ ແລະ ບຳລຸງສ້າງ. ທີສອງແມ່ນ, ອາຫານຢູ່ເຫ້ວ ແມ່ນບັນດາເຍື່ອງອາຫານຢູ່ໃນເຂດດິນແດນທີ່ທຳມະຊາດໄດ້ດົນບັນດານໃຫ້ມີສິນພິເສດ ແລະ ແຊບນົວ. ແລະ ຍິ່ງໄປກ່ວານັ້ນແມ່ນ, ແຕ່ກ່ອນ ເຫ້ວ ແມ່ນພະລາດຊະວັງ ດັ່ງນັ້ນບັນດາຈຸດຍອດຍິ່ງຂອງອາຫານການກິນຢູ່ທົ່ວທຸກພາກຂອງປະເທດຊາດລ້ວນແຕ່ໄດ້ເຕົ້າໂຮມຢູ່ ເຫ້ວ ສະນັ້ນມັນໄດ້ຍົກລະດັບອາຫານເຫ້ວໃຫ້ມີລະດັບສູງກ່ວາເມື່ອທຽບໃສ່ບັນດາເຂດພາກໃນທົ່ວປະເທດ ຫວຽດນາມ.”
ບໍ່ພຽງແຕ່ມີຄວາມພິເສດກ່ຽວກັບດ້ານຮູບການເທົ່ານັ້ນ, ບັນດາເຍື່ອງອາຫານເຫ້ວ ກໍ່ມີລັກສະນະພິເສດສະເພາະ, ປະທັບໃຈຍ້ອນເຄື່ອງປຸງແຕ່ງ. ເຄື່ອງປຸງແຕ່ງ, ພິເສດແມ່ນລົດເຜັດ, ເຮັດໃຫ້ເຍື່ອງອາຫານຢູ່ເຫ້ວ ມີຄວາມດຶງດູດ, ຕິດອົກຕິດໃຈ ແຕ່ກໍ່ບໍ່ນ້ອຍໜ້າສິ່ງທີ່ປົກປິດສຸພາບຮຽບຮ້ອຍຄືແມ່ຍິງເຫ້ວ.
ສຳລັບຊາວ ເຫ້ວ ແລ້ວ, ຄາບເຂົ້າແຕ່ລະຄາບເກືອບຄືວ່າແມ່ນພິທີການພິເສດ. ຊາວເຫ້ວ ມີຄວາມສຸພາບຮຽບຮ້ອຍ, ມັນສະແດງອອກຜ່ານທຸກສິ່ງທຸກຢ່າງໄດ້ຈັດວາງໃນໂຕະອາຫານ. ເຖິງວ່າຄາບເຂົ້າຂອງຄອບຄົວມີຄວາມລຽບງ່າຍ ຫຼື ແມ່ນພາເຂົ້າໃນງານລ້ຽງດ້ວຍເຍື່ອງອາຫານທີ່ອຸດົມສົມບູນກໍ່ຕາມ, ແມ່ນບັນດາເຍື່ອງອາຫານເຫຼົ່ານັ້ນກໍ່ໄດ້ຈັດແຕ່ງໃສ່ຈານ, ຖ້ວຍຢ່າງງາມຕາອີກດ້ວຍ, ສຳລັບຜູ້ຮັບປະທານອາຫານຕ້ອງຮັກສາທ່ານັ່ງກິນແບບສຸພາບຮຽບຮ້ອຍ, ບໍ່ບົນແຊວ. ໃນເວລາກິນເຂົ້າ, ມີພຽງແຕ່ບັນດາເລື່ອງລາວມີເນື້ອຫາສາລະມີຄວາມມ່ວນຊື່ນເທົ່າຕໍ່ຈຶ່ງເວົ້າອອກມາໄດ້.
ການຈັດອາຫານກໍ່ສະແດງສິລະປະ |
ແຕ່ຫຼາຍປີມານີ້, ເຖິງວ່າສະພາບການມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ອາຫານການກິນຢູ່ເຫ້ວ ຍັງຮັກສາຈຸດທີ່ເປັນເອກະລັກສະເພາະຂອງຕົນ ແລະ ເກືອບຄືວ່າບໍ່ມີການປ່ຽນແປງ ຫຼື ບໍ່ຢາກປ່ຽນແປງ. ສ່ວນໜຶ່ງແມ່ນຍ້ອນນິດໃສໃຈຄໍຂອງຊາວເຫ້ວ, ເຂົາເຈົ້າຢາກຮັກສາຈຸດດັ້ງເດີມໄວ້ ແຕ່ສ່ວນໜຶ່ງແມ່ນຍ້ອນພື້ນຖານອາຫານການກິນຢູ່ເຫ້ວ ມີຄວາມເປັນເອກະລັກສະເພາະເກີນໄປ. ມັນບໍ່ຕ້ອງປ່ຽນແປງບໍ່ວ່າຕໍ່ສິ່ງໃດ, ມັນພຽງແຕ່ຕ້ອງການແຕ່ຕົວຂອງມັນເອງກໍ່ມີຄວາມຮັກສາຈຸດເກົ່າແກ່ ກໍ່ແມ່ນສິ່ງທີ່ດຶງດູດໃຈແລ້ວ. ນັກສິລະປິນ ດ້ານອາຫານການກິນເຫ້ວ ທ່ານນາງ ໂຕນໜືທິຮ່າ ໄດ້ແບ່ງປັນວ່າ:
“ປະຈຸບັນ, ບັນດາເຍື່ອງອາຫານພະລາດຊະວັງ ແລະ ອາຫານພື້ນເມືອງເຫ້ວ ແມ່ນນັບມື້ນັບໄດ້ຮັບການເສີມຂະຫຍາຍ. ສັງຄົມສິວິໄລໄດ້ມີພາຫະນະເພື່ອໃຫ້ແມ່ຍິງ ເຫ້ວ ໄດ້ຖ່າຍທອດຝຶກແອບປຸງແຕ່ງບັນດາເຍື່ອງອາຫານເຫ້ວ ໄດ້ຢ່າງງ່າຍດາຍ. ຂ້າພະເຈົ້າຄິດວ່າ, ຖ້າເຂົາເຈົ້າຢາກແຕ່ງກິນຢ່າງລະອຽດ ແລະ ການແຕ່ງກິນທີ່ເຕັມໄປດ້ວຍຈິດວິນຍານຄືແມ່ຍິງເຫ້ວ ນັ້ນ, ເຂົາເຈົ້າຈະຊອກຮູ້ກ່ຽວກັບອາຫານການກິນໃນດິນແດນເຫ້ວ.”
ພື້ນຖານດ້ານອາຫານການກິນ ເຫ້ວ ອຸດົມສົມບູນ, ມີລັກສະນະດ້ານຈິດໃຈແຕ່ກໍ່ລຽບງ່າຍ. ຖ້າເພື່ອນແມ່ນຜູ້ນິຍົມຄົ້ນຫາອາຫານການກິນນັ້ນ, ເຫ້ວ ຈະແມ່ນສະຖານທີ່ດີທີ່ສຸດສຳລັບເພື່ອນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

