![]()
ໃນໂອກາດ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ສະຖານທູດ ແຫ່ງ ສປປລາວ ປະຈຳຫວຍດນາມ, ສົມທົບກັບຄະນະຄຸ້ມຄອງເຂດຄຸ້ມບ້ານ 79 - 81 ຫຼີນາມເດ໋ ໄດ້ຈັດຕັ້ງງານບຸນ ”ສາມັກຄີ - ມິດຕະພາບ - ຮ່ວມມື ຫວຽດນາມ - ລາວ”
|
![]() ກ່າວຄວມເຫັນທີ່ງານບຸນ, ທ່ານ Nguyen Trong Thanh ເລຂາຄະນະພັກ ເຂດຄຸ້ມບ້ານ 79 - 81 ຫຼີນາມເດ໋, ໄດ້ຢືນຢັນວ່າ, ເຖິງວ່າ 50 ກວ່າປີ ໄດ້ຜ່ານພົ້ນໄປ ແລະ ທຸກສິ່ງທຸກຢ່າງໄດ້ມີການປ່ຽນແປງຕາມການເວລາ ແລ້ວກໍ່ຕາມ, ແຕ່ການພົວພັນສາມັກຄີມິດຕະພາບລະຫວ່າງຫວຽດນາມ - ລາວ ຍັງຄົງຍື່ນຍົງຄົງຕົວຕະຫຼອດໄປ
|
![]()
ທ້າວເພດດາວົງ ປູນທະເຮືອງສີ, ເລຂາຄະນະຊາວໜຸ່ມສະຖານທູດລາວປະຈຳ ຫວຽດນາມ, ໃຫ້ຮູ້ວ່າ, ງານບຸນມື້ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນ ທີ່ສຸດ, ອັນໄດ້ສ້າງກາລະໂອກາດໃຫ້ຊາວໜຸ່ມສອງປະເທດໄດ້ພົບປະ, ແລກ ປ່ຽນ ເພື່ອແນໃສ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນສາມັກຄີ, ຄວາມ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນລະຫວ່າງສອງປະເທດກວ່າອີກ, ພ້ອມທັງ ຊຸກຍູ້ລຸ້ນໜຸ່ມປະກອບສ່ວນຢ່າງຕັ້ງໜ້າກວ່າອີກໃນການຮັກສາ ແລະ ພັດທະ ນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງປະເທດ
|
![]() ທ່ານ Huynh Dac Huong ຫົວໜ້າຄະນະພົວພັນທະຫານອາສາສະໝັກ ແລະ ຊ່ຽວຊານດ້ານການທະຫານຫວຽດນາມ ຊ່ວຍລາວ ກ່າວຄວາມເຫັນທີ່ງານບຸນ |
![]() ໝູ່ຮ້ອງຫວຽດນາມ ແລະ ລາວພ້ອມກັນຂັບຮ້ອງບົດເພງ ຮ່າໂນ້ຍ - ວຽງຈັນ
|
![]() ນາງສາວລາວທີ່ສວຍງາມໃນວາດຟ້ອນພື້ນເມືອງຂອງລາວ
|
![]() ຊາວໜຸ່ມນັກສຶກສາລາວທີ່ພວມຮຳ່ຮຽນຢູ່ສະຖາບັນປ້ອງກັນຄວາມສະຫງົບ ຟ້ອນລຳຢ່າງມ່ວນຊື່ນ
|
![]() ນາງ Thuy ໃນບົດເພງ ຍ້ອງຍໍສັນລະເສີນລຸງ ໂຮ່ |
![]() ປ້າ Mai To Thu, ມີຜົວເສຍສະຫຼະຊີວິດຢູ່ສະໜາມຮົບພາກໃຕ້ຂອງລາວເມື່ອປີ 1971 ພ້ອມກັບລູກ ແລະ ຫຼານຂັບຮ້ອງບົດເພງ ຈຳປາເມືອງລາວ. ປ້້າ Thu ຮູ້ສຶກເອກອ້າງທະນົງໃຈເມື່ອເຫັນວ່າການເສຍສະຫຼະຊີວິດຂອງຄອບຄົວປ້າໄດ້
ປະກອບສ່ວນເພື່ອຄວາມສາມັກຄີຫວຽດນາມ -ລາວ. |
![]() |
![]() ພໍ່ແມ່ປະຊາຊົນເຂດຄຸ້ມບ້ານ 79 - 81ຫຼີນາມເດ໋ ພ້ອມກັບພະນັກງານ ແລະ ນັກສຶກສາລາວທີ່ພວມເຮັດວຽກ ແລະ ຮຳ່ຮຽນຢູ່ຫວຽດນາມ ເຂົ້າຮ່ວມງານບຸນ
|
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
.jpg)



.jpg)
.jpg)
.jpg)
.jpg)
.jpg)
.jpg)
.jpg)