(vovworld) - ຕອນ​ເຊົ້າ​ວັນ​ທີ 15/4, ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ 2015 (Vietnam Expo 2015), ດ້ວຍ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊ​ຽນ”. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ແລກ​ປ່ຽນ​ຄ້າ​ຂາຍ, ລົງ​ທຶນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ຕະຫຼາດ​ນັດ​ມີ 750 ຮ້ານ​ວາງ​ສະ​ແດງ​ຂອງວິ​ສາ​ຫະ​ກິດ​ກ່​ວາ 600 ແຫ່ງ​ທີ່​ມາ​ຈາກ 24 ປະ​ເທດ ແລະ ເຂດ​ແຄ້ວນ.