ທ່ານປະທານ ໂຕນດຶກທັງ |
ທ່ານປະທານ ໂຕນດຶກທັງ ໄດ້ກຳເນີດໃນຄອບຄົວຊາວກະສິກອນທີ່ທຸກຍາກຢູ່ ກູ່ລາວອົງໂຫ - ບີງແທ່ງ ແຂວງ ລອງຊວຽນ ປະຈຸບັນ ແມ່ນຕາແສງ ໝີຮ່ວາຮືງ ເທດສະບານ ລອງຊວຽນ ແຂວງ ອານຢາງ. ດ້ວຍຄວາມຮັກຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ, ກຳມະກອນ ໂຕນດຶກທັງ ໄດ້ເກີດມີນຳ້ໃຈຮັກຊາດແຕ່ຄາວຍັງຫນຸ່ມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກລຳບາກຂອງປະຊາຊົນຫວຽດນາມ ພາຍໃຕ້ລະບອບສັກດີນາ. ປີ 1912 ເມື່ອມີອາຍຸ 24 ປີ, ທ່ານໂຕນດຶກທັງ ໄດ້ຈັດຕັ້ງ ແລະ ນຳພາການຢຸດງານຂອງກຳມະກອນໂຮງງານສ້ອມແປງກຳປັ່ນ ບາຊອນ ເລີ່ມຕົ້ນຊີວິດແຫ່ງການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແຕ່ສະຫງ່າອົງອາດ. ຕາມຮອງສາດສະດາຈານ, ປອ ເລກວັກລີ, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນແລ້ວ, ທ່ານ ປະທານໂຕນດຶກທັງ ແມ່ນກໍລະນີພິເສດ, ຈາກການນຳກຳມະບານ ແລ້ວກາຍເປັນນັກກອມມູນິດ ແລະ ເປັນການນຳພັກ.
“ໃນຊຸມເດືອນປີເປັນໄວຫນຸ່ມເຄື່ອນໄຫວຢູ່ຕ່າງປະເທດ, ທ່ານປະທານໂຕນດຶກທັງ ໄດ້ເຂົ້າຮ່ວມການຕໍ່ສູ້ພ້ອມກັບບັນດາລູກເຮືອຢູ່ທະເລດຳ, ຕ້ານການແຊກແຊງຂອງບັນດາລັດທິຈັກກະພັດ, ປົກປັກຮັກສາປະເທດລັດເຊຍ (ໂຊຫວຽດເກົ່າ) ປີ 1919 ປະກອບສ່ວນປົກປັກຮັກສາກຳແພງຂອງການປະຕິວັດກຳມະຊີບໂລກ. ເມື່ອກັບຄືນເມືອຫວຽດນາມ ທ່ານປະທານ ໂຕນດຶກທັງ ໄດ້ເຂົ້າຮ່ວມບັນດາການຕໍ່ສູ້ຂອງກຳມະກອນ ໄຊງ່ອນ - ເຈີ້ເລີນ (ຕະຫລາດໃຫຍ່) ແລະ ຮັບຮູ້ຢ່າງຈະແຈ້ງເຖິງຄວາມສາມັກຄີໂດຍມີການຈັດຕັ້ງຂອງກຳມະກອນເພື່ອສ້າງຄວາມສາມັກຄີ, ຕໍູ່ສ້ຕ້ານການກົດຂີ່ຂຸດຮີດຂອງລະບອບລ່າເມືອງຂຶ້ນສັກດີນາ”
ພາຍຫລັງທ່ານປະທານ ໂຮ່ຈິມີນ ໄດ້ລ່ວງລັບໄປແລ້ວ, ທ່ານປະທານ ໂຕນດຶກທັງ ໄດ້ຮັບການມອບໝາຍຫນ້າທີ່ເປັນປະທານປະເທດ ແລະ ປະທານແນວໂຮມປະເທດຊາດຫວຽດນາມ ຈາກ ພັກ, ລັດ, ປະຊາຊົນຫວຽດນາມ. ທ່ານປະທານ ໂຕນດຶກທັງ ໄດ້ພ້ອມກັບສູນກາງພັກ ເຂົ້າຮ່ວມການຊີ້ນຳທົ່ວປວງຊົນ, ທົ່ວກອງທັບ ປະຕິບັດຄຳພິໄນກຳທີ່ສັກກະລະບູຊາຂອງປະທານໂຮ່ຈິມີນ, ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ. ໂດຍໄດ້ຄົ້ນຄ້ວາປະຫວັດຄວາມເປັນມາກ່ຽວກັບທ່ານປະທານໂຕນດຶກທັງ ມາເປັນເວລາຫລາຍປີ, ສາດສະດາຈານ ໂດກວາງຮືງ, ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:
“ໄລຍະທ່ານໂຕນດຶກທັງ ດຳລົງຕຳແຫນ່ງເປັນປະທານປະເທດ ເວລານັ້ນ ທ່ານປະທານໂຮ່ຈິມີນ ຫາກໍ່ເຖິງແກ່ມໍລະນະກຳ ແລະ ບໍ່ມີຜູ້ໃດຮັບຜິດຊອບຫນ້າທີ່ນີ້ໄດ້ດີຄືທ່ານ ໂຕນດຶກທັງ. ລຸງໂຮ່ ລຸງໂຕນ ເປັນໝູ່ເພື່ອນກັນ, ລຸງໂຕນ ແມ່ນຜູ້ມີອິດທິພົນຊື່ສຽງ ແລະ ແມ່ນຊາວພາກໃຕ້. ໃນຈຸດເວລານີ້ ປະເທດຊາດກະກຽມກ້າວເຂົ້າສູ່ໄລຍະທ້ອນໂຮມເປັນເອກະພາບ.”
ເກືອບ 70 ປີແຫ່ງການເຄື່ອນໄຫວປະຕິວັດຢ່າງຕໍ່ເນື່ອງ, ທ່ານປະທານ ໂຕນດຶກທັງ ແມ່ນຜູ້ນຳເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງຄຸນສົມບັດປະຕິວັດທີ່ສະຫລາດສ່ອງໃສ ແລະ ມີສະຕິຕື່ນຕົວຕໍ່ການປະຕິວັດຢ່າງເລິກເຊິ່ງໃຫ້ແກ່ລຸ້ນປະຕິວັດໃນວັນນີ້ ແລະ ໃນອະນາຄົດ. ນັ້ນແມ່ນ ຈິດໃຈອົງອາດກ້າຫານ, ບໍ່ຍອມຈຳນົນຕໍ່ສັດຕູ, ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍ. ພ້ອມກັນນັ້ນ ຍາມໃດທ່ານກໍ່ມີຄວາມຈົງຮັກພັກດີກັບຈຸດໝາຍ, ອຸດົມຄະຕິຂອງພັກ, ຕໍ່ກັບພາລະກິດປະຕິວັດຂອງຊາດ. ທ່ານນາງ ຫງວຽນທິຢວານ, ອະດີດຮອງປະທານປະເທດ ຖືວ່າ ທ່ານປະທານໂຕນດຶກທັງ ບໍ່ພຽງແຕ່ແມ່ນນັກການເມືອງໝັ້ນແກ່ນ, ນັກຈັດຕັ້ງທີ່ປີຊາສາມາດເທົ່ານັ້ນ ທ່ານປະທານໂຕນດຶກທັງ ຍັງມີການປະກອບສ່ວນອັນລ້ຳຄ່າກ່ຽວກັບດ້ານທິດສະດີ, ເຮັດໃຫ້ແນວຄິດໂຮ່ຈິມີນ ກ່ຽວກັບການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ແຈ້ງສະຫວ່າງແລະ ອຸດົມສົມບູນກວ່າ.
“ຈາກບົດຮຽນຂອງທ່ານປະທານ ໂຕນດຶກທັງ ແລະ ປະທານ ໂຮ່ຈິມີນ ກ່ຽວກັບນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ພວກເຮົາ ໄດ້ມີນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດອັນໝັ້ນແກ່ນ, ນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ອົງອາດກ້າຫານເພື່ອໃຫ້ພວກເຮົາຕໍ່ສູ້.”
|
ພາບ: ເອກະສານ |
ດ້ວຍ ອາຍຸຍືນ 92 ປີ ແລະ ເກືອບ 70 ປີແຫ່ງການເຄື່ອນໄຫວປະຕິວັດ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຕນດຶກທັງ ແມ່ນແບບຢ່າງດີເດັ່ນກ່ຽວກັບນ້ຳໃຈຮັກຊາດ, ໃກ້ຊິດຕິດແທດກັບປະຊາຊົນ. ຕະຫລອດຊີວິດເຄື່ອນໄຫວປະຕິວັດ, ໃນເງື່ອນໄຂແລະສະພາບການແນວໃດກໍຕາມ ທ່ານປະທານໂຕນດຶກທັງ ຍາມໃດກໍ່ຈົງຮັກພັກດີ, ສຸດຈິດສຸດໃຈຕໍ່ກັບພັກ, ປະຊາຊົນ, ຍາມໃດກໍ່ເຊີດຊູນ້ຳໃຈອົງອາດກ້າຫານ, ບໍ່ຍອມຈຳນົນ, ດຸໝັ່ນຂະຫຍັນພຽນ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
