ວັນທີ 18 ເມສາຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງພິທີໄຂວັນປື້ມຫວຽດນາມຄັ້ງທີ 6

ທ່ານ ຮວ່າງຫວີງບ໋າວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ກ່າວຄຳເຫັນໄຂພິທີ ໃຫ້ຮູ້ວ່າ: ນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອແຜ່ຂະຫຍາຍຄວາມມັກອ່ານປື້ມເທົ່ານັ້ນ ຫາກແມ່ນໂອກາດເພື່ອສ້າງກຳລັງດູດດື່ມນັບມື້ນັບເລິກເຊິ່ງກວ້າງຂວາງຂອງຂອບເຂດການເຄື່ອນໄຫວຕອບສະຫນອງວັນປື້ມຫວຽດນາມ
ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂພິທີ.

ພາຍຫລັງພິທີໄຂ, ບັນດາຜູ້ແທນຢ້ຽມຊົມງານວາງສະແດງວັດຖຸພັນ

ງານວາງສະແດງວັດຖຸພັນຫລາຍຢ່າງ, ເອກະສານອັນລ້ຳຄ່າຕ່າງໆ
ວັນບຸນປື້ມໄດ້ດຶງດູດການເຂົ້າຮ່ວມຂອງ 84 ຫົວຫນ່ວຍ

ຮ້ານວາງສະແດງປື້ມຂອງ ສຳນັກພິມຈຳຫນ່າຍ ກີມດົງ ດຶງດູດໄວຫນຸ່ມມາຊົມເປັນຈຳນວນຫລວງຫລາຍ

ສຳນັກພິມຈຳຫນ່າຍ Fahasa ແນະນຳປື້ມໃຫມ່ຫລາຍຫົວທີ່ມີເນື້ອໃນມ່ວນ
ມີຮ້ານວາງສະແດງປື້ມຫລາຍຮ້ານຈັດຕັ້ງການເຄື່ອນໄຫວມອບປື້ມໃຫ້ຜູ້ອ່ານ

ຄຽງຄູ່ກັນນັ້ນມີຫລາຍລາຍການຫລຸດລາຄາປື້ມໄດ້ຮັບການປະຕິບັດເພື່ອຂອບໃຈທ່ານຜູ້ອ່ານ

ວັນບູນປື້ມແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງຄວາມຊີນເຄີຍໃນການອ່ານປື້ມ, ຊື້ປື້ມໃຫ້ແກ່ວົງຄະນາຍາດ, ກາຍເປັນຂົວຕໍ່ລະຫວ່າງທ່ານຜູ້ອ່ານກັບສຳນັກພິມຈຳຫນ່າຍ.

ໂດຍໄດ້ດຳເນີນແຕ່ວັນທີ 18- 22 ເມສາ, ວັນບຸນປື້ມຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍຄື: ກອງປະຊຸມສຳມະນາວິທະຍາສາດ, ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບວັນປື້ມຫວຽດນາມ.