ຫຼັກໝາຍຊາຍແດນເລກ 0, ແມ່ນ 3 ແຍກຊາຍແດນລະຫວ່າງຫວຽດນາມ - ຈີນ - ລາວ. ເສັ້ນທາງໄປຫາທິດຕາເວັນຕົກສຸດ ອາຟາຈາຍ ແມ່ນເລີ່ມແຕ່ນະຄອນ ລາຍເຈົາ, ແມ່ນການເດີນທາງທີ່ເປັນໜ້າຈັບໃຈ, ເມື່ອໄປຜ່ານບັນດາເສັ້ນທາງທີ່ເຕັມໄປດ້ວຍດອກໄມ້, ໂດຍສະເພາະແມ່ນ ດອກຕາເວັນປ່າຍາມລະດູໜາວ.
ເຂດພູຜາປ່າໄມ້ ລາຍເຈົາ ທີ່ໃຫຍ່ໂຕມະໂຫຖານ, ສວຍງາມດັ່ງໃນຝັນ. ເຖິງວ່າເສັ້ນທາງໄປມີຄວາມຫຍຸ້ງຍາກລຳບາກກໍ່ຕາມ, ແຕ່ກໍ່ໄດ້ນຳມາເຊິ່ງຄວາມຈັບອົກຈັບໃຈ, ຫຼົງໄຫຼເມື່ອໄດ້ຮັບຊົມຍາມສາຍັນ.
ຍາມສາຍັນໃນເສັ້ນທາງຈາກ ຟາເຕິ່ນ ໄປຫາ ເມື່ອງແຕ່.
ໄປລຽບຕາມແຄມແມ່ນ້ຳ ດ່າ, ນັກທ່ອງທ່ຽວຈະຮູ້ສຶກໄດ້ເຖິງຄວາມສະຫງົບງຽບ, ຫົກເຫື້ອເປົ່າຫວ່າງ, ໄດ້ຮັບຊົມແມ່ນ້ຳຂຽວໃສທີ່ໄຫຼອອກມາຈາກພູສູງຊັນ.
ຕອນໜຶ່ງຢູ່ແຄມຝັ່ງແມ່ນ້ຳ ດ່າ ຈາກເມື່ອງແຕ່ ໄປຫາ ປັກມາ.
ທະເລເມກສັງເກດຈາກບ້ານ ຕ່າຕົງ.
ຍອດແມ່ນ້ຳດ່າ
ຈາກປ້ອມປ້ອງກັນຊາຍແດນ ອາຟາຈາຍ ໄປເຖິງຫຼັກໝາຍຊາຍແດນເລກ 0 ເພື່ອນຕ້ອງໄດ້ ຜ່ານໄລຍະທາງເກືອບ 10 ກມ.
ຫຼັກໝາຍຊາຍແດນເລກ 0 ເປັນຮູບ 3 ແຈ, ເຊິ່ງແມ່ນຂີດໝາຍຂອງ 3 ແຍກຊາຍແດນຂອງ 3 ປະເທດຫວຽດນາມ - ລາວ - ຈີນ, ແຕ່ລະດ້ານໄດ້ຂຽນໜັງສືໃສ່ດ້ວຍຄວາມໝາຍຄືກັນ.
ຫຼັກໝາຍຊາຍແດນເລກ 0