ຕອນສວາຍວັນທີ 27 ກຸມພາ, ຢູ່ ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຟູຈ້ອງໄດ້ຕ້ອນຮັບປະທານາທິບໍດີອາເມລິກາ Donald Trump ມາ ຫວຽດນາມ ເຂົ້າຮ່ວມການພົບປະສຸດຍອດອາເມລິກາ - ສປປເກົາຫລີ ຄັ້ງທີ 2.

ນີ້ເປັນຄັ້ງທີ 2 ປະທານາທິບໍດີ ອາເມລິກາ Donald Trump ມາ ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເຈລະຈາກັບທ່ານປະທານາທິບໍດີອາເມລິກາ Donald Trump

ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຂ່ຳນັບຮັບຕ້ອນປະທານາທິບໍດີ ອາເມລິກາ Donald Trump ແລະຄະນະຜູ້ແທນຂັ້ນສູງ ອາເມລິກາ ຢ້ຽມຢາມ ຫວຽດນາມ, ຊົມເຊີຍ ອາເມລິກາ ແລະ ສປປເກົາຫລີ ໄດ້ເລືອກເຟັ້ນ ຫວຽດນາມ ເປັນສະຖານທີ່ດຳເນີນການພົບປະສຸດຍອດຄັ້ງທີ 2

ປະທານາທິບໍດີ ອາເມລິກາ Donald Trump ຂອບອົກຂອບໃຈ ຫວຽດນາມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນຮັບໃຊ້ໃຫ້ການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫລີ ເຖິງວ່າເວລາແມ່ນສັ້ນທີ່ສຸດ ແລະຢືນຢັນ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ກໍ່ຄືບົດບາດຂອງ ຫວຽດນາມ ໃນພາກພື້ນມະຫາສະມຸດ ອິນເດຍ - ປາຊີຟິກ.

ປະມຸກລັດ ຫວຽດນາມ ຕ້ອນຮັບປະທານາທິບໍດີ ອາເມລິກາ Donald Trump.

ພາຍຫລັງການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືເສດຖະກິດສຳຄັນບາງສະບັບ ລວມມູນຄ່າປະມານ 21 ຕື້ USD

ທ່ານເລຂາທີການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສົ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ພາຍຫລັງສິ້ນສຸດການເຈລະຈາ(ພາບ: VnExpress)

ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານາທິບໍດີ ອາເມລິກາ Donald Trump
ການນຳສອງທ່ານຈັບມືກັນຢູ່ ຫ້ອງວ່າການລັດຖະບານ
ການນຳສອງທ່ານແລກປ່ຽນກ່ຽວກັບວຽກງານແລະພ້ອມກັນຮັບປະທານອາຫານທ່ຽງ.