ສີສັນຂອງຊີວິດຜ່ານພາບຖ່າຍຂອງ ເລບິກ

ເພື່ອໃຫ້ມີບັນດາພາບຖ່າຍງາມ ແລະ ມີຄວາມໝາຍຄືແນວນັ້ນ ເລບິກ ໄດ້ມີການທົບສອບໃນເວລາ 12 ປີ. ພາບຖ່າຍແຕ່ລະແຜ່ນແມ່ນສ່ອງແສງເຖິງສີສັນຊີວິດຂອງແມ່ຍິງຫວຽດນາມ ເຕັມໄປດ້ວຍພະລັງຊີວິດ, ແຕ່ມີຄວາມລຽບງ່າຍ.

ແມ່ຍິງຫວຽດນາມ ພວມປະກອບສ່ວນເຂົ້າໃນການຮັກສາ ແລະ ພັດທະນາບັນດາໝູ່ບ້ານຫັດຖະກຳ

ນັກຖ່າຍຮູບ ເລບິກ

ນີ້ແມ່ນບັນດາພາບຖ່າຍທຳອິດ ໂດຍ ນັກຖ່າຍຮູບເລບິກ ແນະນຳເຖິງມະຫາຊົນ.

ນັກຖ່າຍຮູບ ເລບິກ ມອບລິຂະສິດພາບ 40 ແຜ່ນໃຫ້ຜູ້ຕາງຫນ້າຫໍພິພິທະພັນແມ່ຍິງຫວຽດນາມ.

ນີ້ແມ່ນງານວາງສະແດງທີ່ມີຄວາມໝາຍ ດ້ວຍພາບຖ່າຍຫລາຍແຜ່ນທີ່ງາມຕາ. ໃນຖານະແມ່ນຜູ້ໄດ້ໄປຢ້ຽມຢາມຫລາຍປະເທດໃນໂລກ, ຂ້າພະເຈົ້າຮູ້ສຶກໄດ້ວ່າ ນີ້ແມ່ນບັນດາພາບຖ່າຍງາມ ແລະ ມີເນື້ອໃນອັນເລິກເຊິ່ງ ສະແດງໃຫ້ເຫັນຄວາມງາມຂອງແມ່ຍິງຫວຽດນາມ ທັງດ້ານພູມປັນຍາ ແລະ ຮູບຮ່າງ. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົ້າ

ງານວາງສະແດງເປີດແຕ່ວັນທີ 30 ສິງຫາ - 30 ກັນຍາປີ 2018 ຢູ່ ຫໍພິພິທະພັນແມ່ຍິງຫວຽດນາມ, ເຮືອນເລກທີ 36 ຖະຫນົນ ລີເທື່ອກຽດ -ຮວານກຽມ- ຮ່າໂນ້ຍ

ຕໍ່ໄປນີ້ແມ່ນບັນດາພາບຖ່າຍໄດ້ນຳວາງສະແດງຢູ່ຫໍພິພິທະພັນ.