ໂນນຊາລອງກົກນອນຢູ່ຫ່າງຈາກນະຄອນຮ່າໂນ້ຍ 125 ກີໂລແມັດ ແລະ ຫ່າງຈາກນະຄອນວຽດຈີ ແຂວງຝຸເທາະປະມານ 70 ກີໂລແມັດ.

ລອງກົກ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາໂນນຊາທີ່ສວຍສົດງົດງາມຢູ່ ຫວຽດນາມ ດ້ວຍໂນນຊາ ນັບພັນໜ່ວຍ. ໂນນຊາແຕ່ລະໜ່ວຍມີເນື້ອທີ່ກ້ວາງ 100 ແຮັກຕາ

ແຕ່ລະຮຸ່ງເຊົ້າເເມືອດວງຕາເວັນຍັງບໍ່ທັນຂຶ້ນ, ທັງໂນນຊາລອງກົກ ຖືກປົກຄຸມໄປດ້ວຍນ້ຳໝອກກົ້ວ

ສຳລັບບັນດາຜູ້ຮັກທຳມະຊາດ ມັກຮັບຊົມທິວທັດຍາມດວງຕາເວັນຂຶ້ນ, ເມື່ອ ຢື່ນເທິງຍອດໂນນຊາ ກໍ່ຈະຮູ້ສຶກເຖິງການຫັນປ່ຽນຢ່າງຈະແຈ້ງ ລະຫວ່າງ ຕອນກາງຄືນ ແລະ ກາງເວັນ

ພາບ: Vnexpress

ພາບ: Vnexpress

ໃນຍາມຮຸ່ງເຊົ້າ ແສງແດດໄດ້ສາດສ່ອງລົງມາ ບັນດາຍອດໂນນຊາ.

ເມື່ອຢືນຢູ່ຍອດໂນນຊາ, ແຂກທ່ອງທ່ຽວຈະເຫັນປະຈັກຕາສີຂຽວ ອຸ່ມທຸ່ມຂອງໃນນຊາ ໃນທ່າມກາງທິວທັດທຳມະຊາດທີ່ກ້ວາງໃຫຍ່ໄພສານ

ພາບ: Vnexpress
ພາບ: toquoc.vn
ພາບ: toquoc.vn
ພາບ: Vnexpress
ພາບປະກອບ: ອຸດເມື່ອຍ

ຊາລອງກົກ ບໍ່ພຽງແຕ່ນຳມາເຊິ່ງມູນຄ່າການຜະລິດສູງເທົ່ານັ້ນ ຫາກຍັງແມ່ນຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວອີກດ້ວຍ.