ໜອງຕາດຸງຂຶ້ນກັບ ຕາແສງດັກປລາວ ແລະ ຕາແສງຊອງ, ເມືອງດັກກລົງ, ແຂວງດັກນົງ, ແມ່ນໜອງນ້ຳຈືດມີເນື້ອທີ່ປະທານ 22.000 ແຮັກຕາໃນລະດູແລ້ງ ແລະ ອາດຈະເພີ່ມຂຶ້ນ 50.000 ແຮັກຕາໃນທ້າຍລະດູຝົນ.

ໃນໄລຍະກໍ່ສ້າງໂຮງງານໄຟຟ້ານ້ຳຕົກດົ່ງນາຍເລກ 3, ກະແສນ້ຳຂອງສາຂາ 1 ໃນແມ່ນ້ຳດົ່ງນາຍໄດ້ຖືກກັ້ນໄວ້ ແລະ ຈາກນັ້ນໄດ້ສ້າງເປັນໜອງຕາດຸງ ທີ່ກ້ວາງໃຫຍ່ໄພສານ. ໃນຮູບຖ່າຍແມ່ນເຮືອນໄຟຟ້າ ແລະ ອ່າງເກັບນ້ຳຢູ່ໂຮງງານໄຟຟ້ານ້ຳຕົກດົ່ງນາຍເລັກ 3

ໃນໜອງກໍ່ມີເກາະດອນໜ້ອຍໃຫຍ່ນັບຮ້ອຍໜ່ວຍ

ແຂກທ່ອງທ່ຽວເຄີຍມາທ່ຽວຊົມຢູ່ໜອງຕາດຸງ ແຕ່ເດືອນພະຈິກ ຫາເດືອນມີນາປີຕໍ່ໄປ

ຍາມດວງຕາເວັນຂຶ້ນຢູ່ຕາດຸງ ກໍ່ແມ່ນຈຸດເວລາທີ່ທຳມະຊາດສວຍສົດງົດງາມທີ່ສຸດໃນມື້

ໜອງຕາດຸງປຽບເໝືອນອ່າວຮະລອງຮັດແຄບໃນເຂດພູພຽງ

ຈະແມ່ນອານຸສອນທີ່ຍາກຈະລືມໄດ້ຂະໜາດທີ່ເພື່ອນພ້ອມກັບໝູ່ນັ່ງດື່ງກາເຟຮັບຊົມທິວທັດທຳມະຊາດ ຢູ່ໜອງຕາດຸງຈາກບ່ອນສູງ