ການເອືອບຊາດອກບົ່ວແມ່ນສິ່ງທີ່ຍອດຍິ່ງຢູ່ດິນແດນຮ່າໂນ້ຍທີ່ມີພື້ນຖານອະລິຍະທຳນັບພັນປີ. ການປະສານລະຫວ່າງລົດຫອມຂອງຊາພ້ອມກັບລົດຫອມຂອງດອກບົວ ໜອງໂຮ່ໄຕ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ດື່ມຊາ ແລະ ໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງ ຊາວຮ່າໂນ້ຍ.

ການເອືອບຊາແມ່ນສິລະປະທີ່ຍອດຍິ່ງ. ເພື່ອຈະໄດ້ດື່ມນ້ຳຊາທີ່ຫອມກໍ່ຕ້ອງການປະຕິບັດການເອືອບຜ່ານຫຼາຍຂັ້ນຕອນ.

ນັບແຕ່ຮຸ່ງເຊົ້າພວກຂ້າພະເຈົ້າກໍ່ໄດ້ເລີ່ມການເດີນທາງ.
ບັນດາດອກບົວທີ່ໄດ້ເດັດແຕ່ເຊົ້າຊຶ່ງແມ່ນຈຸດເວລາທີ່ດອກບົວຫອມຫວນທີ່ສຸດ.

ດອກບົວສັບພະກີບຊຶ່ງແມ່ນດອກບົວຊະນິດໜຶ່ງໃຊ້ເພື່ອເອືອບຊາ


ຜູ້ເດັດດອກບົວກໍ່ຕ້ອງພາຍເຮືອແຕ່ເຊົ້າ.
ຜູ້ເດັດດອກບົວຄວນມີຄວາມຄ່ອງແຄ້ວເພື່ອເລືອກເອົາດອກບົວຖືກຊະນິດ.
ເມື່ອດວງຕາເວັນເລີ່ມສ່ອງແສງແດດລົງມາກໍ່ຮອດເວລາທີ່ເຮືອເຕັມດອກບົວ.
ແຕ່ລະວັນໃນເດືອນ 6 ແລະ ເດືອນ 7 ຜູ້ໄປເດັດດອກບົວຈະຕ້ອງເດັດດອກບົວໃຫ້ເຕັມເຮືອເຊັ່ນນີ້.

ດອກບົວທີ່ໄດ້ເດັດມາຈະຖືກແຍກກີບອອກເພື່ອເອົາເກສອນ.

ເມື່ອເອົາເກສອນກໍ່ຕ້ອງມີຄວາມຄ່ອງແຄ້ວເຮັດມືເບົາໆເພື່ອໃຫ້ເກສອນບໍ່ຖືກຊ້ຳ.

ແຕ່ກໍ່ຕ້ອງເຮັດໄວໃນຫ້ອງເພື່ອໃຫ້ລົດຫອມຂອງດອກບົກບໍ່ຖືກລະເຫີຍໝົດ

ສ່ວນທີ່ຕ້ອງການເອົາແມ່ນເມັດຂາວຂອງດອກບົວ (ເມັດຂາວມີຮູບເມັດເຂົ້າສານ)

ເພື່ອແຍກເອົາເມັດຂາວດອກບົວ, ຜູ້ເອືອບຊາກໍ່ຕ້ອງມີຫຼາຍຂັ້ນຕອນ

ເພື່ອຈະເອົາເມັດຂາວຂອງດອກບົວໄດ້, ກໍ່ຕ້ອງມີຄວາມຄ່ອງແຄ້ວຂອງຜູ້ເຮັດ

ເມັດຂາວດອກບົວມີຮູບຄືເມັດເຂົ້າສານສີຂາວໆ.

ເພື່ອມີປະລິມານເມັດຂາວດອກບົນເຊັນນີ້ກໍ່ຕ້ອງມີດອກບົວນັບຮ້ອຍດອກ.

ເພື່ອມີປະລິມານເມັດຂາວດອກບົນເຊັນນີ້ກໍ່ຕ້ອງມີດອກບົວນັບຮ້ອຍດອກ.

ສ່ວນທີ່ຍັງເຫຼືອໄປຕາກແດດເພື່ອເຮັດເປັນຢາພື້ນເມືອງ.

ຊາ 1 kg ຈະຕ້ອງເອືອບປະມານ 5 – 7 ເທື່ອ

ພາຍຫຼັງເອືອບຊາ ເປັນເວລາ 3 ມື້ ກໍ່ຈະນຳໄປອົບແຫ້ງ,ແລ້ວກໍ່ປ່ຽນເມັດຂາວດອກບົວເພື່ອ ເອືອບຕໍ່.

ສິ່ງທີ່ຍອດຍິ່ງທີ່ສຸດຂອງຊາດອກບົວກໍ່ແມ່ນສິລະປະການດື່ມນ້ຳຊາ

ສຳລັບຊາວຮ່າໂນ້ຍການດື່ມນ້ຳຊາກໍ່ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວນະຄອນຫຼວງ.