ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປປ.ລາວປະຈຳຫວຽດນາມແສງເພັດ ຮຸ່ງບຸນຍວງ |
ດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ການຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ໃນຄັ້ງນີ້ ແມ່ນການເຄື່ອນໄຫວວຽກງານການຕ່າງປະເທດ ຄັ້ງທຳອິດຂອງສະຫາຍ ຫງວຽນຊວັນຟຸກ ພາຍຫຼັງທີ່ສະຫາຍໄດ້ຮັບການເລືອກຕັ້ງເປັນປະທານປະເທດ ຫວຽດນາມ ອາຍຸການ 2021 – 2026 ຈາກສະພາແຫ່ງຊາດ ຫວຽດນາມຊຸດທີ XV. ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຄັ້ງນີ້ ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ກໍເປັນການຢືນຢັນອີກເທື່ອໜຶ່ງເຖິງຄວາມສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດເຮົາໃນການປົກປັກຮັກສາສາຍພົວພັນອັນຍິ່ງໃຫຍ່ຂອງພວກເຮົາ. ການຢ້ຽມຢາມຄັ້ງນີ້, ພັກ ແລະ ລັດຖະບານ ລາວ ໃຫ້ຄວາມສຳຄັນທີ່ສຸດ. ພວກເຮົາກໍຈັດພິທີການຕ້ອນຮັບທີ່ຍິ່ງໃຫຍ່ລະດັບສູງສຸດ ແລະ ກໍມີລັກສະນະພິເສດສະເພາະສອງຊາດລະຫວ່າງລາວ - ຫວຽດນາມ ເທົ່ານັ້ນ. ທັງໝົດນີ້ກໍຍ້ອນວ່າ ພວກເຮົາໃຫ້ຄວາມສຳຄັນຫຼາຍ. ປະຊາຊົນ ລາວ ທັງຊາດກໍມີຄວາມພາກພູມໃຈທີ່ໄດ້ຕ້ອບຮັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ສປປ.ລາວ ໃນຄັ້ງນີ້. ເຖິງແມ່ນວ່າສະພາບການໂລກມີການຜັນແປຢ່າງສັບສົນ ໂດຍສະເພາະແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນ ບໍ່ເປັນສິ່ງກີດຂວາງການໄປມາຫາສູ່ຂອງສອງປະເທດພວກເຮົາ. ສອງພັກ, ສອງລັດ ຂອງພວກເຮົາຍາມໃດກໍຕັດສິນໃຈພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນເພື່ອພ້ອມກັນກ້າວໄປສູ່ຈຸດໝາຍທີ່ພວກເຮົາວາງໄວ້.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນການຢ້ຽມຢາມສັນຖະໄມຕີ ລາວ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະມີເຫດການທີ່ພົ້ນເດັ່ນໃດແດ່?
ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ສະຫາຍ ຫງວຽນຊວັນຟຸກ ຈະໄດ້ມີການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງ ແລະ ພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດລາວ ເພື່ອສືບຕໍ່ປຶກສາຫາລື, ແລກປ່ຽນທັດສະນະ ແລະ ມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ ຕາມການຕົກລົງລະຫວ່າງການນຳຂັ້ນສູງຂອງພັກ, ລັດຂອງສອງປະເທດ.
ນອກນັ້ນ, ສະຫາຍ ຫງວຽນຊວັນຟຸກ ຈະໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫລັງໃໝ່ ທີ່ເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ສະຫາຍ ປະທານປະເທດເອງ ຈະໄດ້ກ່າວຄຳປາໄສ ຕໍ່ກອງປະຊຸມວິສາມັນ ຂອງສະພາແຫ່ງຊາດລາວ ຊຸດທີ IX ອີກດ້ວຍ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະການນຳ ຫວຽດນາມ ຍາມໃດກໍຖືການເພີ່ມພູນຄູນສ້າງ ແລະ ການຊຸກຍູ້ການພັດທະນາສາຍພົວພັນແບບພິເສດ ກັບ ລາວ ເປັນສຳຄັນທີ່ສຸດ. ທ່ານຕີລາຄາແນວໃດຕໍ່ການຢ້ຽມຢາມສັນຖະວະໄມຕີຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ມີຕໍ່ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ?
ຂ້າພະເຈົ້າ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນຊວັນຟຸກ ໃນຄັ້ງນີ້ ແລະ ກໍມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງສະຫາຍ ຫງວຽນຊວັນຟຸກ ໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຕີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ ທີ່ມີມາແຕ່ດຶກດຳບັນ. ການຢ້ຽມຢາມຄັ້ງນີ້ກໍເປັນການຢ້ຽມຢາມທີ່ເປັນປະເພນີສືບທອດກັນມາເປັນເວລາຍາວນານ ພາຍຫຼັງທີ່ສອງພັກໄດ້ສຳເລັດກອງປະຊຸມໃຫຍ່ພັກຂອງຕົນແລ້ວ ຈະຈັດຕັ້ງການ ແລກປ່ຽນ, ການຢ້ຽມຢາມຂອງການນໍາຂັ້ນສູງເຊິ່ງກັນແລະກັນ. ຂ້າພະເຈົ້າເຫັນວ່າ ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ແມ່ນການຢ້ຽມຢາມທຳມະດາ ແຕ່ແມ່ນການຢ້ຽມຢາມກະຕຸກຊຸກຍູ້ໃຫ້ແກ່ການພົວພັນລະຫວ່າງສອງປະເທດພວກເຮົາມີບາດກ້າວໃໝ່. ໂດຍສະເພາະ, ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ຈະໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຈຳນວນໜຶ່ງ. ຜົນການຢ້ຽມຢາມຂອງ ສະຫາຍ ຫງວຽນຊວັນຟຸກ ຄັ້ງນີ້ ຈະປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ, ເພື່ອຄວາມຈະເລີນ ແລະ ການພັດທະນາຂອງສອງປະເທດໂດຍສະເພາະຈະເຮັດໃຫ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າຂອງສອງປະເທດພວກເຮົາ ຈະໄດ້ຮັບການຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ລວງກວ້າງ. ພ້ອມກັນນັ້ນ ກໍແນໃສ່ເຮັດໃຫ້ຂົງເຂດການຄ້າ, ການລົງທຶນລະຫວ່າງສອງປະເທດ ໃຫ້ນັບມື້ເພີ່ມຂຶ້ນ, ເຮັດໃຫ້ການຮ່ວມມືຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ໄດ້ຖືກຍົກລະດັບຂຶ້ນເທົ່າທຽມກັບຄວາມດີເລີດຂອງການພົວພັນດ້ານການເມືອງຂອງສອງປະເທດພວກເຮົາ.
ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ຍິ່ງກວ່າເວລາໃດໝົດ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃນດຽວກັນ, ຈັບມືກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດນີ້ ນຳປະເທດພ້ອມກັນກ້າວໜ້າ, ພ້ອມກັນພັດທະນາ ນຳເອົາພາລະກິດປະຕິວັດ ທີ່ສອງພັກເຮົາໄດ້ກຳນົດໄວ້ ກ້າວຂຶ້ນຕາມຈຸດໝາຍກໍຄືເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນອະນາຄົດ.
ໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດໄປຍັງການນຳຂອງພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ. ອວຍພອນໃຫ້ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນຊວັນຟຸກ ໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.
ຂໍຂອບໃຈນຳທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້ດ້ວຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
