ວິຫານວ່າໃນບ້ານ ເວິນຢາ, ຕາແສງ ຈຸງຮຶງ ເທດສະບານເຊິນເຕິຍ ນະຄອນຮ່າໂນ້ຍ |
ວິຫານວ່າ ແມ່ນວິຫານບູຊາພະອໍລະຫັນ, ເຈົ້າພູຕານວຽນ ເຊິ່ງແມ່ນວິຫານບູຊາພະອໍລະຫັນອົງໜຶ່ງໃນຈຳນວນ ພະອໍລະຫັນອຳມະຕະ 4 ອົງໃນເລື່ອງລາວເລົ່າຂານກັນມາຂອງຊາວຫວຽດນາມ. ວິຫານວ່າ ຍັງຖືກເອີ້ນວ່າ ດົງກຸງ (ໝາຍເຖິງຫໍບູຊາທາງທິດຕາເວັນອອກ) ໃນລະບົບ 4 ຫໍບູຊາຢູ່ເຊິນເຕິຍ. ທ່ານ ຟຸ່ງມິງເຊີນ ຜູ້ຮັບຜິດຊອບວິຫານວ່າ ໃຫ້ຮູ້ວ່າ:
“ວິຫານວ່າ ຖືກປຸກສ້າງໃນເຂດປ່າກະຈະກວ້າງ 5,7 ເຮັກຕາ. ປັດຈຸບັນ ຍັງເຫຼືອຕົ້ນກະຈະໃຫ່ຍພຽງ 247 ຕົ້ນເທົ່ານັ້ນ. ເວລາທີ່ຜ່ານມາ, ສະມາຄົມຕົ້ນໄມ້ ມໍລະດົກ ຫວຽດນາມ ໄດ້ຮັບຮອງພຽງ 95 ຕົ້ນແມ່ນຕົ້ນໄມ້ມໍລະດົກ ແລະ ຈຳນວນຍັງເຫຼືອນັ້ນ, ພວກຂ້າພະເຈົ້າພວມສ້າງສຳເນົາເອກະສານ. ວິຫານວ່າ ຖືກຕັ້ງບົນເນື້ອທີ່ດິນທີ່ມີຮູບເຕົ່າ. ແຕ່ສະຕະວັດທີ XVI – XVII ວິຫານວ່າ ພຽງແຕ່ແມ່ນຫໍບູຊານ້ອຍ ຖືກເຮັດດ້ວຍໄມ້ໄຜ່ມຸງຫຍ້າເທົ່ານັ້ນ. ແຕ່ຮອດສະຕະວັດທີ XVIII ໄດ້ຖືກປຸກສ້າງຢ່າງໃຫ່ຍໂຕໂອໂຖງຄືໃນປັດຈຸບັນ”.
ຕາມແຜ່ນສີລາຈາລຶກໃນປີ 1883, ວິຫານວ່າ ມີມາແຕ່ສະໄໝຫວຽດນາມພວມຢູ່ໃຕ້ແອກຄອບຄອງ ຂອງລາດຊະວົງເດື່ອງ. ຄາວນັ້ນວິຫານວ່າ ແມ່ນຫໍບູຊານ້ອຍແຕ່ມີຄວາມສັກສິດທີ່ສຸດ. ໃນປີ 1831 (ສະໄໝເຈົ້າຊີວິດ ມິງມ້າງ ອົງທີ 12) ເພື່ອຕອບສະໜອງຄວາມຕ້ອງການໃນການເຫຼື້ອມໃສ, ທາງລາດຊະວົງ ແລະ ປະຊາຊົນໃນເຂດ ໄດ້ປະກອບເຫື່ອແຮງ ແລະ ວັດຖຸເພື່ອປຸກສ້າງຫໍບູຊາຕື່ມອີກ 5 ຫ້ອງ. ມາຮອດປັດຈຸບັນ ວິຫານວ່າ ໄດ້ຜ່ານການບູລະນະປະຕິສັງຂອນເປັນ 3 ຄັ້ງແລ້ວ. ຕາມທິດສະດີ ໂຫເຮັງ, ເຂດໂນນພູນີ້ມີຮູບເຕົ່າ ພວມເລື່ອນລອຍໄປສູ່ທິດຕາເວັນອອກ. ບໍລິເວນຂອງວິຫານ ກ້ວາງປະມານ 2.000 ຕາແມັດ ຖືກໂອບອ້ອມດ້ວຍລະບົບກຳແພງ ກໍ່ດ້ວຍຫີນຍາບສູງກວ່າ 2 ແມັດ. ວິຫານແຫ່ງນີ້ຖືກປຸກສ້າງຕາມທິດເໜືອ-ໃຕ້, ປະຕູໂຂງປະກອບດ້ວຍສາມປະຕູກວ້າງ, ຖືກມຸງດ້ວຍດິນຂໍເກົ່າ, ເທິງຫຼັງຄາມີຮູບປັ້ນມັງກອນສອງໂຕ ພວມເຝົ້າດວງຈັນ. ປະຕູໂຂງຂອງວິຫານມຸ່ງໜ້າສູ່ພູຕານວຽນ (ຢູ່ເມືອງ ບາວີ່). ຢູ່ມໍ່ກັບປະຕູໂຂງໄປຕາມສອງເບື້ອງແມ່ນຫໍລະຄັງ ແລະ ຫໍກອງທີ່ມີ ສະຖາປັດຕະຍະກຳເຊັ່ນດຽວກັນ. ທ່ານ ຟຸ່ງມິງເຊີນ ໃຫ້ຮູ້ວ່າ:
“ວິຫານວ່າ ຖືກອອກແບບດ້ວຍສະຖາປັດຕະຍະກຳໃນສະໄໝສັກດີນາ, ເພາະສະນັ້ນ ວິຫານວ່າ ແມ່ນຫໍບູຊາໃຫ່ຍ, ສ່ວນວິຫານເທື້ອງ, ວິຫານຫ້າ, ວິຫານຈຸງກໍ່ແມ່ນບັນດາ ວິຫານບູຊາຢູ່ອ້ອມແອ້ມ. ຢູ່ພາຍໃນວິຫານວ່າ, ມີຮ້ານບູຊາໃຫ່ຍ ບູຊາພະອໍລະຫັນຕານວຽນ 3 ອົງ ແລະ ພະແມ່, ຫຼັງຈາກນັ້ນແມ່ນມີຮ້ານບູຊາ ພວກເຈົ້າເສນາອາມາດ ແລະ ລາດຊະວົງ. ມັນມີຄວາມໝາຍສະແດງໃຫ້ເຫັນປຽບເໝືອນປະເທດຊາດໃນສະໄໝກ່ອນນີ້”
ວິຫານວ່າ ແມ່ນໜຶ່ງໃນບັນດາສູນດຳເນີນຊີວິດ ການເຫຼື້ອມໃສ ບູຊາພະອໍລະຫັນຕານວຽນ. ງານບຸນໃຫ່ຍກໍ່ແມ່ນງານບຸນຍາມລະດູບານໃໝ່ ຖືກຈັດຂຶ້ນໃນວັນເພັງເດືອນຈຽງ ດ້ວຍພິທີແຫ່ບັນລັງ ຂອງພະອໍລະຫັນ 3 ອົງຈາກວິຫານວ່າ ຂ້າມແມ່ນ້ຳແດງ ໄປຍັງວິຫານໂຢ້ຍ ຢູ່ບ້ານ ຢີບິ່ງ, ຕາແສງ ຫວິງນິງ, ເມືອງ ຫວິງເຕື່ອງ, ແຂວງ ຫວິງຟຸກ ເພື່ອໄຫວບູຊາ, ຈັດຕັ້ງງານບຸນ, ຫຼັງຈາກນັ້ນກັບຄືນມາວິຫານວ່າ. ທ່ານ ຟຸ່ງມິງເຊີນ ໃຫ້ຮູ້ຕື່ມອີກວ່າ:
“ງານບຸນໄດ້ຈັດຂຶ້ນ ໃນຍາມລະດູບານໃໝ່ ແລະ ໃນຍາມລະດູໃບໄມ້ຫຼົ່ນ ໃນສາມວັນຄື ໃນວັນທີ 15, 16, 17 ເດືອນຈຽງ. ຮອດວັນເພັງເດືອນ 9 ກໍ່ແມ່ນຈັດງານບຸນທີ່ມີຊື່ວ່າ “ງານລ້ຽງຂອງພະວິຫານ” ຖືກດຳເນີນໃນເວລາໜຶ່ງວັນ. ງານບຸນນີ້ໄດ້ດຶງດູດຊາວບ້ານມາຮ່ວມຢ່າງຫຼວງຫຼາຍ ແລະ ຍາມໃດກໍ່ສາມາດອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງໝູ່ບ້ານ. ງານບຸນມີຂະບວນແຫ່ຍາວເຖິງ 3-4 ກິໂລແມັດ ດ້ວຍການເຂົ້າຮ່ວມຂອງຊາວບ້ານ, ແຂກທ່ອງທ່ຽວນັບ 1.000 ຄົນ”.
ນອກຈາກງານບຸນລະດູບານໃໝ່, ຢູ່ວິຫານວ່າ ຍັງຈັດໃຫ້ມີງານບຸນລະດູໃບໄມ້ຫຼົ່ນ ໃນວັນເພັງເດືອນ 9 ດ້ວຍພິທີໃຫ່ຍ ແມ່ນການຈັບຫາປາ ຢູ່ແມ່ນ້ຳຕິກ ເພື່ອເລືອກເອົາປາໃຫ່ຍ 99 ໂຕ, ແລ້ວເພື່ອປຸງແຕ່ງເປັນບັນດາເຍື່ອງອາຫານ ເພື່ອບູຊາບັນດາພະອໍລະຫັນ. ນາງ ຫງວຽນທິບິ່ງ ຢູ່ເທດສະບານ ເຊິນເຕິຍ ເວົ້າວ່າ:
“ແຕ່ລະປີ, ງານບຸນກໍ່ຖືກຈັດຂຶ້ນສອງຄັ້ງ, ຂ້າພະເຈົ້າ ແລະ ຄອບຄົວຍາມໃດກໍ່ເຂົ້າຮ່ວມ, ນອກຈາກນັ້ນ ໃນວັນເພັງ, ວັນທີ 1 ໄລ່ຕາມຈັນທະປະຕິທິນແຕ່ລະເດືອນ, ປະຊາຊົນຢູ່ອ້ອມແອ້ມເຂດນີ້ ກໍ່ລ້ວນແຕ່ຫຼັ່ງໄຫຼມານີ້ ຈູດທູບໄຕ້ທຽນໄຫ້ວບູຊາ. ຂ້າພະເຈົ້າເຫັນວ່າ ມີແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມໄຫ້ວບູຊາຢູ່ວິຫານວ່ານັບມື້ນັບຫຼາຍຂຶ້ນ, ບໍ່ພຽງແຕ່ຍ້ອນຄວາມສັກສິດເທົ່ານັ້ນ ຫາກຍັງເພື່ອຄວາມງາມຂອງທັດຊະນີຍະພາບ ໃນວິຫານວ່າອີກດ້ວຍ”.
ວິຫານວ່າ ແມ່ນໜຶ່ງໃນຈຳນວນປູຊະນີຍະສະຖານ ປະຫວັດສາດບໍ່ໜ້ອຍ ໃນນະຄອນຫຼວງ ຮ່າໂນ້ຍ ທີ່ຍັງຄົງສາມາດຮັກສາທັດຊະນີຍະພາບ, ສະຖາປັດຕະຍະກຳ ພ້ອມກັບບັນດາຄຸນຄ່າທາງດ້ານ ສິລະປະທີ່ເປັນເອກະລັກ ຂອງປະຫວັດສາດ ວັດທະນະທຳຫວຽດນາມໄວ້ໄດ້. ໃນວິຫານວ່າ ຍັງເກັບຮັກສາແຜ່ນສີລາ, ຄຳພະຫຍາ ຢ່າງຫຼວງຫຼາຍ. ຢູ່ນອກວັງບູຊາ ກໍ່ມີແຜ່ນຄຳພະຫຍາ “ນາມທຽນຖາງໂຕ” ໝາຍຄວາມວ່າ ໃຕ້ເຂດນ່ານຟ້າຫວຽດນາມ ພຽງແຕ່ມີພະວິຫານດຽວເທົ່ານັ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
