ທັດສະນີຍະພາບວັດງ້ວາເວີນ |
ໂດຍຖືກຕັ້ງຢູ່ເທິງພູ ບ້າວດ້າຍ ຫຼື ເອີ້ນວ່າພູເວິຍຣົງ, ວັດງວ້າເລິມແມ່ນໜຶ່ງໃນ 4 ວັດນອນໃນເຂດປູຊະນີຍະສະຖານ 14 ແຫ່ງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ລາດຊະວົງເຈິ່ນ. ວັດງວ້າເວິນ ມີສະຖາປັດຕະຍາກຳໃຫຍ່ ຂອງສາດສະໜາພຸດນິກາຍຈຸກເລິມ ໄດ້ຮັບການກໍ່ສ້າງເທິງພູໜ່ວຍໜຶ່ງ ຂອງສາຍພູອຽນຕື ຂຶ້ນກັບບໍລິເວນຂອງສອງຕາແສງ ອານຊິງ, ບິ່ງເຄ, ໃນນັ້ນ ສູນກາງແມ່ນພູ ບ່າວດ້າຍ. ວັດ ງວ້າເວິນ ແມ່ນແຫ່ງທີ່ເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງມາບວດ. ເພາະສະນັ້ນ ວັດງວ້າເວິນ ແມ່ນສູນກາງຂອງສາດສະໜາພຸດນິກາຍຈຸກເລິມ.
ເພື່ອຈະເດີນທາງໄປຮອດວັດງວ້າເວິນ, ແຂກທ່ອງທ່ຽວກໍ່ຕ້ອງເດີນຜ່ານ ບ້ານໄຕເຊີນ ຕາມທາງພູກ້ຳຕາເວັນຕົກສ່ຽງເໜືອປະມານ 4 ກິໂລແມັດ, ຢູ່ໃນລະດັບຄວາມສູງກວ່າ 500 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ກຸ່ມປູຊະນີຍະສະຖານວັດງວ້າເວິນ ແມ່ນນອນໃນສະຖານທີ່ສວຍງາມທີ່ສຸດ. ວັດງວ້າເວິນ ອີງຫຼັງໃສ່ພູງວ້າເວິນ ມີເມກເຝື້ອປົກຄຸມຕະຫຼອດປີ ມີສອງສາຍພູອ້ອມຮອບ, ທາງໜ້າກໍ່ມີພູໜ່ວຍໜຶ່ງບັງໜ້າ, ມຸ່ງສາຍຕາໄປທາງທິດໃຕ້ ແມ່ນຮ່ອມພູໃຫຍ່ດ້ວຍລຳແມ່ນ້ຳເກິ່ມທີ່ສວຍງານ. ເສັ້ນທາງໄປຍັງວັດ, ແຂກທ່ອງທ່ຽວກໍ່ຕ້ອງຜ່ານຫ້ວຍນ້ຳຫຼາຍສາຍ ໄຫຼຕັດຜ່ານເສັ້ນທາງໄປ. ແລ້ວກໍ່ຕ້ອງຂຶ້ນຄ້ອຍ ແລະ ເດີນຕາມທາງພູທີ່ລະອິດລະອ້ຽວ ດ້ວຍບັນດາທາງຮ່ອມຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕັ້ນໄມ້ໃຫຍ່. ພະອາຈານ ທິກແທັງຕຽນ ເຈົ້າອະທິການວັດງວ້າເວິນ ໃຫ້ຮູ້ວ່າ:
“ຕາມເອກະສານປະຫວັດສາດ ແລະ ຕາມຄວາມຮູ້ຂອງບັນດາພະພິກ ຂຸແລ້ວ, ວັດງວ້າເວິນ ໄດ້ມີມາແຕ່ໄລຍະເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງ ສະຫວັນນະຄົດ ໝາຍຄວາມວ່າກ່ອນປິ 1308, ເວລານັ້ນພະອົງພວມມີຊີວິດ ແລະ ໄດ້ມາຢູ່ນີ້ເພື່ອບວດ. ໄລຍະທຳອິດພຽງແຕ່ແມ່ນຕູບນ້ອຍໆ. ວັດ ງວ້າເວິນມີທີ່ຕັ້ງຢັ້ງຢືນບັ້ນປາຍຂອງຊີວິດການເຄື່ອນໄຫວສາດສະໜາຂອງພະພຸດ ເຈິ່ນເຍິນຕົງ. ນີ້ແມ່ນຄຸນຄ່າອັນໂດດເດັ່ນຂອງວັດ ງວ້າເວິນ. ນີ້ຍັງແມ່ນຂີດໝາຍສຸດທ້າຍຂອງຊີວິດເຄື່ອນໄຫວສາດສະໜາ ຂອງເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງ, ເພາະສະນັ້ນທຸກໆຄົນມີຄວາມເຄົາລົບນັບຖື”.
ວັດງວ້າເວິນ ເປັນຂີດໝາຍພາລະກິດກໍ່ສ້າງນິກາຍຈຸກເລິມຢ່າງສຳເລັດຜົນ ຂອງພະພຸດເຈິ່ນເຍິນຕົງ ແລະ ນີ້ແມ່ນໄດ້ຮັບຖືກວ່າແມ່ນສູນຂອງສາດສະໜາພຸດນິກາຍຈຸກເລິມເວົ້າສະເພາະ ແລະ ພຸດທະສາດສະໜາຫວຽດນາມເວົ້າລວມ. ພະອາຈານໃຫຍ່ ທິກແທັງກວຽດ ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາດສະໜາ ຫວຽດນາມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:
“ນີ້ແມ່ນສະຖານທີ່ລ້ຽງດູ, ກໍ່ສ້າງແນວຄິດສາດສະໜາພຸດທີ່ຮັກຊາດ, ເພື່ອມວນມະນຸດ, ເພື່ອປະຊາຊົນ ແລະ ເພື່ອປະເທດຊາດຫວຽດນາມ”.
ເດືອນ ສິງຫາ ປີ 1299, ເຈົ້າຊີວິດເຈິ່ນເຍິນຕົງ ໄດ້ອອກຈາກພະລາດຊະວັງຂຶ້ນ ພູອຽນຕື ເພື່ອບວດຈຳສິນ. ເມື່ອບວດເທິງພູຕືຕຽວ, ພະອົງຂະໜານນາມວ່າແມ່ນນັກບວດຈຸກເລິມ ແລະ ໄດ້ສ້າງຕັ້ງນິກາຍຈຸກເລິມອຽນຕື. ພາຍຫຼັງບວດຈຳສິນດ້ວຍຄວາມລຳບາກຢູ່ອຽນຕື, ພະອົງໄດ້ລົງໄປບັນດາໜູ່ບ້ານເພື່ອສອນປະຊາຊົນເຮັດວຽກງານເພື່ອການກຸສົນ, ແຈກຢາຍຢາປົວພະຍາດໃຫ້ຜູ້ທຸກຍາກ. ເດືອນ ພຶດສະພາ ປີ 1307, ພະອົງໄປບວດຢູ່ຕູບ ງວ້າເວິນ. ເດືອນ ພະຈິກ ປີ 1308 ພະອົງໄດ້ປະລິນິພານ ຢູ່ວັດງວ້າເວິນ. ປະລິນຍາໂທ ຈິ້ງວັນແອັງ ອາຈານສອນຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ສະມາຊິກໃນຄະນະຄົ້ນຄວ້າຄະດີບູຮານ ຢູ່ວັດງວ້າເວິນແບ່ງປັນວ່າ:
“ເຫດການນີ້ເອງມີຄຸນຄ່າຂອງເຂດປູຊະນີຍະສະຖານ. ດັ່ງນັ້ນ ວຽກງານຂອງຄົນລຸ້ນຫຼັງແມ່ນຕ້ອງເຮັດແຈ້ງ ແລະ ໂຄສະນາບັນດາຄຸນຄ່າຂອງພຸດທະສາດສະໜາ ເພື່ອໃຫ້ທຸກໆຄົນສາມາດຊອກຮູ້. ເມື່ອໄປນະມັດສະການຢູ່ວັດ ງວ້າເວິນ, ແຂກທ່ອງທ່ຽວບໍ່ພຽງແຕ່ມາທັດສະນະສຶກສາເທົ່ານັ້ນ ຫາກຍັງສາມາດຮຽນຮູ້ບັນດາຄຸນຄ່າແນວຄິດຂອງສາດສະໜາພຸດອີກດ້ວຍ”.
ແຕ່ລະປີຮອດວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ພິທີໄຂງານບຸນລະດູບານໃໝ່ງວ້າເວິນ ໄດ້ຖືກຈັດຂຶ້ນ ແລະ ຈະແກ່ຍາວຕະຫຼອດ 3 ເດືອນໃນລະດູບານໃໝ່. ນີ້ແມ່ນໂອກາດໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນ ໄດ້ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງເຈົ້າຊີວິດ, ພະພຸດເຈິ່ນເຍິນຕົງ, ສະແດງໃຫ້ເຫັນຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ ແລະ ເຂົ້າໃຈແຈ້ງກວ່າກ່ຽວກັບແນວຄິດຂອງນິກາຍຈຸກເລິມ. ລຸງ ໂດ໊ແທັງເລ ແຂກທ່ອງທ່ຽວມາຈາກນະຄອນຫາຍຟ່ອງ ເວົ້າວ່າ:
“ວັດ ງວ້າເວິນປຽບເໝືອນວິນຍານທີ່ສັກສິດຂອງພູຜາແມ່ນ້ຳລຳເຊ. ພວກຂ້າພະເຈົ້າມານີ້ດ້ວຍຄວາມເອກອ້າງທະນົງໃຈຂອງຊາດ ແລະ ເພື່ອຊີິວິດທີ່ດີກວ່າ ແລະ ສວຍງາມກວ່າ. ດິນແດນແຫ່ງນີ້ ກໍ່ແມ່ນສະຖານທີ່ສຶກສາອົບຮົມມູນເຊື້ອອັນດີງາມຂອງຊາດ, ມີຄຸນຄ່າທາງດ້ານປະຫວັດສາດອັນໃຫຍ່ຫຼວງ”.
ປັດຈຸບັນເມື່ອໄປຮອດວັດງວ້າເວິນ, ນອກຈາກທາງນ້ອຍສອງສາຍຖືກປູດ້ວຍຫີນນັ້ນ, ແຂກທ່ອງທ່ຽວຈະໄດ້ໄປນະມັດສະການ ບູຊາພະພຸດຢ່າງສະດວກສະບາຍຜ່ານລະບົບອູ່ລອຍຟ້າ. ພ້ອມກັນນັ້ນ ເສັ້ນທາງໄປນະມັດສະການເຊື່ອມຕໍ່ບັນດາປູຊະນີຍະສະຖານ, ທິວທັດທຳມະຊາດຢູ່ອຽນຕື ຢູ່ເມືອງ ອວງບີ ກັບເຂດປູຊະນີຍະສະຖານລາດຊະວົງເຈິ່ນ ຢູ່ ດົງຈ່ຽວ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບປູຊະນີຍະສະຖານຕ່າງໆ ກໍ່ໄດ້ຮັບການລົງທຶນກໍ່ສ້າງໃຫ້ສຳເລັດ ແລະ ນຳເຂົ້າໃຊ້ການ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
