ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ |
ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ກະກຽມແຜນການໄປຢ້ຽມຢາມປະເທດ ມຽນມາ, ເຊິ່ງຄາດວ່າ, ຈະດຳເນີນໄປໃນທ້າຍເດືອນ ມິຖຸນາ ຫຼື ຕົ້ນເດືອນກໍລະກົດຈະມາເຖິງ.
ການຢ້ຽມຢາມມີ 2 ເປົ້າໝາຍສຳຄັນ, ນັ້ນແມ່ນ: ຕີລາຄາການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຂອງກຳລັງພິເສດ ມຽນມາ ທີ່ການປະຊຸມທາບທາມຄວາມເຫັນກ່ຽວກັບການຊ່ວຍມະນຸດສະທຳຂອງ ອາຊຽນ ທີ່ສະຫງວນໃຫ້ມຽນມາສ້າງສະພາບແວດລ້ອມແຫ່ງຄວາມສະດວກກ່ວາໃຫ້ແກ່ການເຈລະຈາດ້ານການເມືອງຮອບດ້ານ. ຕາມນັ້ນແລ້ວ, ທ່ານທູດພິເສດ Prak Sokhonn ຈະຊອກຫາວິທີຊຸກຍູ້ການເຈລະຈາລະຫວ່າງສະພາອຳນາດການປົກຄອງແຫ່ງລັດ ມຽນມາ (SAC), ບັນດາອົງການປະກອບອາວຸດເຊື້ອຊາດຜິວພັນ (EAO) ແລະ ທຸກໆຝ່າຍທີ່ກ່ຽວຂ້ອງ.
ນີ້ແມ່ນການຢ້ຽມຢາມມຽນມາ ຄັ້ງທີສອງຂອງທ່ານທູດພິເສດ Prak Sokhonn, ເພື່ອແນໃສ່ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ປະເທດ ອາຊີຕາເວັນອອກສ່ຽງໃຕ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ