ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ (ພາບ: VOV) |
ທ່ານນາຍົກລັດຖະມົນຕີ ຕີລາຄາສູງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ ໄລຍະຜ່ານມາ ໄດ້ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງສຳຄັນຢູ່ ຮ່າໂນ້ຍ ດ້ວຍບົດບາດເປັນຜູ້ຮັບເໝົາ ແລະ ຊົມເຊີຍຂໍ້ລິເລີ່ມຂອງກຸ່ມບໍລິສັດຕໍ່ກັບການເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ສະເໜີກຸ່ມບໍລິສັດຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງແໜ້ນແຟ້ນດ້ວຍບັນດາກິດຈະກຳ, ຜະລິດຕະພັນລະອຽດ, ດີເດັ່ນຕິດພັນກັບການຖ່າຍທອດເຕັກໂນໂລຢີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ.
ສ່ວນທ່ານ ແຢນຈ້ຽວເຂືອ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາຊີຟິກ ໄດ້ຮັບເໝົາ ແລະ ພວມຜັນຂະຫຍາຍ 3 ໂຄງການໃຫຍ່ຢູ່ ຮ່າໂນ້ຍ; ພ້ອມທັງສະແດງຄວາມປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່, ສືບຕໍ່ຮ່ວມມືຍາວນານຢູ່ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
