, ທ່ານເລຂາທິການໃຫຍ່ ໂຕເລິມນ ໃຫ້ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN) |
ຕອນບ່າຍວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ຢູ່ ວໍຊິງຕັນ, ອາເມລິກາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີທ່ານ Kurt Campbell ສືບຕໍ່ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຢ່າງມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ປະຊາຄົມ ວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ, ສະໜອງບັນດາການວິໄຈຍຸດທະສາດກ່ຽວກັບທ່າອ່ຽງເສດຖະກິດ, ເຕັກໂນໂລຢີ ແລະ ນະໂຍບາຍທົ່ວໂລກ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ອາເມລິກາ ແລະ ບັນດານັກລົງທຶນຍຸດທະສາດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຜົນສຳເລັດຂອງບັນດານັກລົງທຶນແມ່ນຜົນສຳເລັດຂອງ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ສາກົນພັດທະນາຍາວນານ, ມີປະສິດທິຜົນ ແລະ ຍືນຍົງ.
ທ່ານ Kurt Campbell ໃຫ້ຮູ້ວ່າປະຊາຄົມວິສາຫະກິດ ແລະ ຄູ່ຮ່ວມມືອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ຖືຫວຽດນາມ ແມ່ນຈຸດນັດພົບຍຸດທະສາດໃນລະບົບສະໜອງ ແລະ ນະວັດຕະກຳ ທົ່ວໂລກ, ຢັ້ງຢືນພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດລະຫວ່າງສອງປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
