ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ |
ຕອນເຊົ້າວັນທີ 30 ມິຖຸນາ ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄລຍະ 2012 – 2022 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ເຂົ້າຮ່ວມກອງປະຊຸມ ມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ກອງປະຊຸມດັ່ງກ່າວໄດ້ເຊື່ອມຕໍ່ກັບກວ່າ 4.100 ສະຖານທີ່ຖ່າຍທອດສົດໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 81.000 ຄົນ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ຫງວຽນຝູຈ້ອງ ຢັ້ງຢືນວ່າ ວຽກງານພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງໃນໄລຍະຜ່ານມາໄດ້ຮັບການຊີ້ນຳ ແລະ ປະຕິບັດຢ່າງເປັນລະບົບ, ຄົບຊຸດ, ຂ້ຽວຂາດ ແລະ ມີປະສິດທິຜົນ. ຈາກສະພາບການຕົວຈິງຂອງວຽກງານນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນ 6 ບົດຮຽນໃຫຍ່ ມີຄຸນຄ່າທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
