ທ່ານ ເຈິ່ນຟູ໊ທ້ວນ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ |
ກ່ອນດຳເນີນກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ມີຊາວຫວຽດນາມອາໄສຢູ່ລັດເຊຍຫຼາຍຄົນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາແນວທາງຍຸດທະສາ, ລັດຖະນະໂຍບາຍຖືກຕ້ອງທີ່ໄດ້ລະບຸໄວ້ໃນເອກະສານການເມືອງຍືນສະເໜີຕໍ່ກອງປະຊຸມໃຫຍ່ ເພື່ອສູ້ຊົນນຳຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.
ທ່ານ ເຈິ່ນຟູ໊ທ້ວນ - ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໄດ້ເວົ້າວ່າ:
ໂດຍແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດມາເປັນຫຼາຍປີແລ້ວ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບຄວາມໄວການເຕີບໂຕເສດຖະກິດ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປະສິດທິຜົນຈາກການຊີ້ນຳນຳພາຂອງພັກ ແລະ ຫວັງວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍໄດ້ບັນດາຜົນງານດ້ານເສດຖະກິດ, ຮັບປະກັນສັງຄົມ. ດັ່ງນັ້ນ ປະຊາຊົນແຕ່ລະຄົນເຖິງວ່າຢູ່ພາຍໃນປະເທດ ຫຼື ຕ່າງປະເທດ ຕ່າງກໍ່ມີຄວາມອຸ່ນອ່ຽງໃຈເຮັດວຽກ, ປະກອບສ່ວນເຂົ້າໃນການສ້າງປະເທດຊາດຈະເລີນຮຸ່ງເຮືອງ, ປະຊາຊົນອີ່ມໜຳສຳລານ, ສົມບູນພູມສຸກ.
ທ່ານ ຫງວຽນແມັງເດືອງ ຮອງປະທານສະມາຄົມນັກຮົບເກົ່າຫວຽດນາມ ປະຈຳລັດເຊຍ ໃຫ້ຮູ້ວ່າ:
ກອງປະຊຸມໃຫຍ່ຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ ພັກຈະເລືອກເອົາຜູ້ທີ່ມີຈັນຍາບັນ, ມີຄວາມເກ່ັ່ງກ້າສາມາດສຸດຈິດສຸດໃຈ ນຳພາປະເທດຊາດໃຫ້ພັດທະນາ, ເປັນຕົ້ນແມ່ນໃນໄລຍະນີ້. ວຽກງານປ້ອງກັນສະກັດກັ້ນໂລກລະບາດຕ້ອງໄດ້ຮັບການເສີມຂະຫຍາຍ, ເພື່ອຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດ.
ຊາວຫວຽດນາມ ອາໄສຢູ່ລັດເຊຍຕ່າງກໍ່ມີຄວາມຫວັງວ່າ ບັນດາເປົ້າໝາຍທີ່ລະບຸໄວ້ໃນເອກະສານຍື່ນສະເໜີທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະບັນລຸໄດ້. ນັ້ນແມ່ນສູ້ຊົນຮອດປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ມີລາຍຮັບລື່ນກາຍລະດັບປານກາງຕ່ຳ, ຮອດປີ 2030 ແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
