ພະນັກງານ, ລັດຖະກອນສະຖານທູດທຸກຖ້ວນໜ້າ ແລະ ບັນດາອົງການຕາງໜ້າ ລາວ ປະຈຳ ຫວຽດນາມ ໄດ້ກົ້ມຫົວ 01 ນາທີ ໄວ້ອາໄລ ແລະ ສັ່ງລາທ່ານ ຄຳໄຕ ສີພັນດອນ |
ໃນບັນຍາກາດທີ່ເຄັ່ງຂຶມ ແລະ ສະເທືອນໃຈ, ພະນັກງານ, ລັດຖະກອນສະຖານທູດທຸກຖ້ວນໜ້າ ແລະ ບັນດາອົງການຕາງໜ້າ ລາວ ປະຈຳ ຫວຽດນາມ ໄດ້ກົ້ມຫົວ 01 ນາທີ ໄວ້ອາໄລ ແລະ ສັ່ງລາທ່ານ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ. ການນຳ ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາໄວ້ອາໄລ ລວມມີ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ, ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ສະຫະສະມາຄົມ, ອົງການຈັດຕັ້ງຕ່າງໆຂອງ ຫວຽດນາມ.
(ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງລົ້ນເຫຼືອຕໍ່ການຈາກໄປຂອງ ທ່ານ ຄຳໄຕ ສີພັນດອນ) |
ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງສະແຫ່ງຊາດ, ຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງກໍ່ໄດ້ມາໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລທ່ານ ຄຳໄຕ ສີພັນດອນ, ຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ, ສະຖາກົງສູນ ລາວ ປະຈຳນະຄອນ ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ເຊັນດຽວກັນ.
ເມື່ອແບ່ງປັນຕໍ່ການສູນເສຍຢ່າງໃຫຍ່ຫຼວງຂອງປະເທດລາວ, ທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງປະທານສະມາຄົມມູນເຊື້ອ ຫວຽດນາມ - ລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຮູ້ຈັກພະນະທ່ານຄຳໄຕ ສີພັນດອນ ແຕ່ຕອນເພິ່ນຍັງດຳລົງຕຳແໜ່ງ, ຮອດເວລາທ່ານພັກບຳນານ ພວກຂ້າພະເຈົ້າກໍມີໂອກາດພົບປະເພິ່ນເປັນຫຼາຍຄັ້ງ, ເພິ່ນໄດ້ເລົ່າຫຼາຍເລື່ອງລາວກ່ຽວກັບມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ກ່ຽວກັບການປະຕິວັດຂອງພັກ, ລັດ ແລະ ປະຊາຊົນລາວ. ເມື່ອຮູ້ຂ່າວທ່ານຈາກໄປ, ພວກຂ້າພະເຈົ້າມີຄວາມຮູ້ສຶກໂສກເສົ້າເສຍດາຍຢ່າງລົ້ນເຫຼືອ. ຄວາມເຄົາລົບນັບຖືນັບມື້ນັບເພີ່ມຂຶ້ນ ແລະ ຫວັງວ່າ ປະຊາຊົນລາວບັນດາເຜົ່າລຸ້ນຕ່າງໆຈະປະຕິບັດຕາມຄຳສັ່ງສອນທີ່ທ່ານ ຄຳໄຕ ໄດ້ປະໄວ້ໃຫ້ ເພື່ອຮັກສາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ແລະ ສ້າງສາປະເທດລາວຢ່າງວັດທະນາຖາວອນ ແລະ ມີຄວາມຜາສຸກ.”
ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດພິທີວາງພວງມາລາໄວ້ອາໄລ, ຂຽນປຶ້ມໄວ້ອາໄລເຖິງດວງວິນຍານຂອງທ່ານ ຄຳໄຕ ສີພັນດອນ ເປັນເວລາ 3 ວັນ, ແຕ່ວັນທີ 04 – 06 ເມສາ 2025.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

