ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດ ປີ 2022

ເຫດການດັ່ງກ່າວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ - ຫວູງເຕົ່າ ແລະ ບັນດາອົງການ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ. ພິທີປຸກລະດົມນີ້ ແມ່ນການເລີ່ມຕົ້ນໃຫ້ແກ່ບັ້ນໂຄສະນາເຜີຍແຜ່ຈຸດສຸມກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ປີ 2022, ເຊິ່ງດຳເນີນແຕ່ວັນທີ 15 ພະຈິກ - 15 ທັນຍາ. ພ້ອມດຽວກັນນັ້ນ, ຍັງມີຫຼາຍກິດຈະກຳຖືກຈັດຂຶ້ນໃນທົ່ວປະເທດເພື່ອຕອບສະໜອງເຫດການນີ້.

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຮ່າ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ຈົ່ງເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່, ວຽກງານສື່ມວນຊົນ ເພື່ອຍົກສູງສະຕິຄວາມຮັບຮູ້ຂອງບັນດາອົງການຈັດຕັ້ງ, ຂອງປະຊາຊົນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ປອດການໃຊ້ຄວາມຮຸນແຮງ ແລະ ທຳຮ້າຍແມ່ຍິງ ແລະ ເດັກຍິງ.