ກຳລັງກູ້ໄພກູ້ຊີບຢູ່ Kahramanmaras, ຕວັກກີ ໃນວັນທີ 7-2 (ພາບ: Getty Images) |
ກອງທັບ ລີບັງ ໃຫ້ຮູ້ວ່າ ຈະຈັດສົ່ງວິສະວະກອນ 35 ຄົນ ເດີນທາງໄປ ຊີຣີ ແລະ ຕວັກກີ ເພື່ອຊ່ວຍເຫຼືອວຽກງານກູ້ໄພກູ້ຊີບຢູ່ 2 ປະເທດນີ້.
ລັດຖະບານ UAE ແຈ້ງໃຫ້ຊາບວ່າ ຈະຈັດສົ່ງເຮືອບິນ 7 ລຳ ເພື່ອສົ່ງທິມງານກູ້ໄພກູ້ຊີບ ພ້ອມດ້ວຍອຸປະກອນການແພດເພື່ອໜູນຊ່ວຍບັນດາການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບຢູ່ ຕວັກກີ ແລະ ຊີຣີ. ນອກຈາກນັ້ນແລ້ວ, UAE ຍັງຕັ້ງໂຮງໝໍກາງສະໜາມຢູ່ ຕວັກກີ ເພື່ອຮັບໃຊ້ວຽກງານປິ່ນປົວໃຫ້ແກ່ປະຊາຊົນ.
ໃນຂະນະນັ້ນ, ອີຢິບ ແຈ້ງໃຫ້ຊາບວ່າ ຈະສົ່ງເຄື່ອງຊ່ວຍເຫຼືອໄປຍັງ ຕວັກກຮີ ແລະ ຊີຣີ ໂດຍດ່ວນ. ພ້ອມກັບບັນດາປະເທດ ອາຣັບ, ຫຼາຍປະເທດໃນໂລກກໍພວມຕັ້ງໜ້າຊ່ວຍເຫຼືອ ຕວັກກີ ແລະ ຊີຣີ ໃນວຽກງານກູ້ໄພ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
