(ພາບປະກອບ: VOV) |
ຕາມຂໍ້ມູນຈາກ ອົງການ UNICEF ປະຈຳ ຫວຽດນາມ, ວັນທີ 13 ພະຈິກ, ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ່ຽມຢາມເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.
ຜູ້ອຳນວຍການບໍລິຫານ ອົງການ UNICEF ຢືນຢັນວ່າອົງການຈັດຕັ້ງນີ້ຈະສືບຕໍ່ຮ່ວມມືກັບລັດຖະບານຫວຽດນາມ ແລະ ບັນດາຄູ່ຮ່ວມມືເພື່ອເດັກທັງໝົດ. ທ່ານນາງ ກໍ່ໄດ້ໃຫ້ຮູ້ວ່າ ຢູ່ ຫວຽດນາມ, ອົງການ UNICEF ໄດ້ ແລະ ກຳລັງໜູນຊ່ວຍລັດຖະບານ ບຳລຸງສ້າງຄູ ແລະ ປະຕິຮູບຫຼັກສູດການຮຽນການສອນ. ບັນດາຄວາມມານະພາຍາຍາມນີ້ ຈະຊ່ວຍໃຫ້ເດັກ ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄວາມສາມາດຂອງເດັກ ໃນການກໍ່ສ້າງວິທີການການແກ້ໄຂຕ່າງໆ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
