ທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ ຕອບສຳພາດຕໍ່ນັກຂ່າວ ຫວຽດນາມ (ພາບ: TTXVN) |
ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການເຊື່ອມໂຍງລະຫວ່າງ ອາຊີ ກັບ ເອີຣົບ ແລະ ອາດຈະເປັນຂົວຕໍ່ແກ່ການຄ້າເສລີລະຫວ່າງ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ກັບ ອາຊຽນ. ນັ້ນແມ່ນຄຳຢືນຢັນຂອງທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ.
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ Bredikhin ຖືວ່າ ປັດຈຸບັນ, ສະຫະພັນເສດຖະກິດ ອາຊີ - ເອີຣົບ ບໍ່ພຽງແຕ່ແມ່ນເວທີເຊື່ອມໂຍງຂອງບັນດາປະເທດໃນໄລຍະຫຼັງສະຫະພາບ ໂຊວຽດ ເທົ່ານັ້ນ ຫາກຍັງແມ່ນເວທີຂອງບັນດາປະເທດອື່ນຄື ຫວຽດນາມ, ສິງກະໂປ, ເຊີເບຍ ອີກດ້ວຍ. ໃນນັ້ນ, ດ້ວຍບົດບາດເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີ (FTA) ກັບ EAEU, ຫວຽດນາມ ສາມາດເປັນຂົວຕໍ່ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດທີ່ເຂົ້າຮ່ວມສັນຍາ FTA ທີ່ກວ້າງໃຫຍ່ກວ່າ ລະຫວ່າງ EAEU ກັບ ອາຊຽນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
