ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ Cebu, ຟີລິບປິນ ເມື່ອເດືອນ 2/2026. (ພາບ: VOV) |
ອາຊຽນ ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນສາຍພົວພັນລະຫວ່າງບັນດາປະເທດ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງສົນທິສັນຍາເຊັ່ນ: ເຄົາລົບເຊິ່ງກັນ ແລະ ກັນກ່ຽວກັບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສີສັນຊາດ; ສິດຂອງແຕ່ລະປະເທດທີ່ພວມມີຢູ່ ເຊິ່ງບໍ່ມີການແຊກແຊງ, ໂຄ່ນລົ້ມ ຫຼື ການບັງຄັບຈາກພາຍນອກ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ; ແກ້ໄຂບັນດາຄວາມແຕກໂຕນກັນ ຫຼື ການແກ້ງແຍ້ງໂດຍສັນຕິວິທີ; ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງປະກອບອາວຸດ ແລະ ບັນດາຝ່າຍມີການຮ່ວມມືຢ່າງມີປະສິດທິຜົນ.
ບັນດາຫຼັກການດັ່ງກ່າວ ຈະສືບຕໍ່ແນະນຳ ອາຊຽນ ສ້າງ ປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ຖືມະນຸດເປັນໃຈກາງ, ຄືດັ່ງໄດ້ຫັນເປັນລະອຽດໃນວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.
ຟ້າມຮ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
