ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປຸກລະດົມຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19” (ພາບ:TTXVN) |
ດ້ວຍຈຸດປະສົງ ແນໃສ່ເສີມຂະຫຍາຍກຳລັງແຮງຂອງທັງລະບົບການເມືອງ, ສຸມທຸກແຫຼ່ງກຳລັງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍທິດນຳທີ່ວ່າ “ການປ້ອງກັນແມ່ນພື້ນຖານ, ບັ້ນຕໍ່ສູ່ຍາວນານ, ຕ້ານແມ່ນສຳຄັນ ແລະ ປະຕິບັດເປັນປະຈຳ”, ປະຕິບັດ “ເປົ້າໝາຍຄວບຄູ່ຢ່າງມີໄຊ: ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູ ແລະ ພັດທະນາເສດຖະກິດສັງູທ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ການດຳລົງຊີວິດ, ສຸຂະພາບຂອງປະຊາຊົນ. ນອກຈາກນັ້ນ, ແຜນການດັ່ງກ່າວກໍເພື່ອແນໃສ່ຍົກສູງນ້ຳໃຈການແຂ່ງຂັນ, ສົ່ງເສີມການປະດິດຄິດສ້າງ, ເສີມຂະຫຍາຍຂໍ້ລິເລີ່ມປຸກລະດົມຂົນຂວາຍທຸກແຫຼ່ງກຳລັງ, ສະເໜີບັນດາວິທີການແກ້ໄຂ ແລະ ມາດຕະການໃນທຸກຂົງເຂດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
