(ພາບ: ttxvn) |
ວັນທີ 4 ກໍລະກົດ, ຢູ່ແຂວງ ສະຫວັນນະເຂດ, ສະຖານກົງສູນໃຫ່ຍ ຫວຽດນາມ ປະຈຳ ສະຫວັນນະເຂດ ສົມທົບກັບພະແນກສຶກສາ ແລະ ກິລາແຂວງ ສະຫວັນນະເຂດ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ສະຫວັນນະເຂດ ແລະ ໂຮງຮຽນສາມັນມິດຕະພາບ ລາວ-ຫວຽດນາມ ແຂວງ ສະຫວັນນະເຂດ ໄດ້ຈັດການ “ສອບເສັງຊອກຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ ແລະ ເຫດການເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ປີ 1954”.
ກ່າວຄຳເຫັນນະທີ່ນີ້, ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາ ແລະ ກິລາແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວ ຊ່ວຍໃຫ້ພວກນ້ອງນັກຮຽນ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ໄຊຊະນະ ດ້ຽນບຽນຝູ ແລະ ເຫດການເຊັນສັນຍາ ເຊີແນວກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ປີ 1954 ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປຊຊ ຫວຽດນາມ ຊື່ງຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນ ໃນໄລຍະກ່ອນ ກໍ່ຄືໃນວິວັດການພັດທະນາປະເທດລາວ ໃນປະຈຸບັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
