ກຳລັງກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ສົມທົບກັບ ປະຊາຊົນທ້ອງຖິ່ນ ເພື່ອກໍານົດບ່ອນມີຜູ້ປະສົບເຄາະຮ້າຍ (ພາບ:qdnd.vn) |
ວັນທີ 18 ກຸມພາ, ກຳລັງກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດແຜ່ນດິນໄຫວທີ່ 4 ເຂດອື່ນ ຢູ່ Antakya. ໃນນັ້ນ ມີ 2 ຈຸດພົບເຫັນມີຜູ້ປະສົບເຄາະຮ້າຍ ແລະ ໃຫ້ຫົວໜ່ວຍກູ້ໄພກູ້ຊີບປະຈຳຖິ່ນ ນຳຜູ້ຄົນເຫຼົ່ານັ້ນອອກຈາກຊາກຫັກພັງ. ຕາມກະຊວງປ້ອງກັນປະເທດ ຫວຽດນາມ, ໄລ່ຮອດຕອນແລງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດບ່ອນມີຜູ້ປະສົບເຄາະຮ້າຍ 14 ບ່ອນ, ໃນນັ້ນ ມີສອງບ່ອນ ແມ່ນມີຜູ້ຍັງມີຊີວິດຢູ່.
ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ສິ້ນສຸດໄລຍະກູ້ໄພກູ້ຊີບຢູ່ ຕວກກີ ກຽມຂຶ້ນຍົນກັບຄືນປະເທດ (ພາບ: TTXVN) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

