ຖະແຫຼງການດັ່ງກ່າວໂດຍທ່ານ Olof Gill, ໂຄສົກຮັບຜິດຊອບບັນດາບັນຫາການຄ້າຂອງຄະນະກຳມະການເອີຣົບ (EC) ຍົກອອກມາ ໃນວັນທີ 12 ມີນາ, ພາຍຫຼັງທີ່ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດເປີດການກວດກາຄັ້ງໃໝ່ກ່ຽວກັບການຄ້າທົ່ວໂລກ. EU ມີຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ດຳເນີນບັນດາບັ້ນກວດກາຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າຂອງປະເທດນີ້ ອາດຈະສົ່ງຜົນກະທົບຕໍ່ຂໍ້ຕົກລົງພາສີອາກອນ ເຊິ່ງສອງຝ່າຍບັນລຸໄດ້ເມື່ອປີກາຍ ທີ່ກ່ຽວຂ້ອງເຖິງການສ້າງຂອບຂໍ້ຕົກລົງການຄ້າ ແລະ ການລົງທຶນຂ້າມອັດລັງຕິກ.
ຄາດວ່າ ໃນອາທິດໜ້າ, ບັນດາສະມາຊິກລັດຖະສະພາໃນກຳມາທິການການຄ້າຂອງ ລັດຖະສະພາເອີຣົບ (EP) ຈະພິຈາລະນາການຮັບຮອງເອົາຂໍ້ສະເໜີຍົກເລີກພາສີສຳລັບສິນຄ້າອຸດສາຫະກຳຂອງ ອາເມລິກາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນເພື່ອຜັນຂະຫຍາຍພັນທະຂອງ ເອີຣົບ ໃນຂອບເຂດຂໍ້ຕົກລົງລະຫວ່າງສອງຝ່າຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ