ທີ່ການຕ້ອນຮັບ(ພາບ: TTXVN)
|
ຕອນບ່າຍວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃໝ່, ກະສິກຳ, ການທ່ອງທ່ຽວ, ຄົ້ນຄວ້າຊຸກຍູ້ເລື່ອງເປີດສາຍການບິນໂດຍກົງ, ສ້າງຄວາມສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຮ່ວມມືຢ່າງຍາວນານ, ສືບຕໍ່ສະໜັບສະໜູນ, ຂົນຂວາຍບັນດາປະເທດ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ…
ສ່ວນທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ເກຼັກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາວ່າ ອີຢູ ຈະຍົກເລີກບັດເຫຼືອງ IUU ໃຫ້ແກ່ ຫວຽດນາມ ໂດຍໄວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
