ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: vov.vn) |
ທ່ານ ຫງວຽນຮົ່ງແທກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ລາຍງານກ່ຽວກັບສະພາບການປົກປ້ອງພົນລະເມືອງຢູ່ຢູແກຼນແບບທາງໄກ. ສະຖານທູດ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງໜູນຊ່ວຍ, ຍົກຍ້າຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຢູແກຼນໝົດທຸກຄົນ ທີ່ມີຄວາມຫວັງຫລົບໄພອອກຈາກເຂດສູ້ຮົບດັ່ງກ່າວ.
ພາຍຫຼັງຮັບຟັງການລາຍງານ, ທ່ານປະທານປະເທດ ຮຽກຮ້ອງໃຫ້ສະຖານທູດ ຫວຽດນາມ ປະຈຳ ຢູແກຼນມີຄວາມຮັບຜິດຊອບສູງສຸດໃນວຽກງານປົກປ້ອງຊີວິດອິນຊີ ແລະ ຊັບສິນຂອງພົນລະເມືອງ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
ຈິດໃຈຊີ້ນຳຂອງພັກ, ລັດ, ຄະນະປະຈຳຄະນະເລຂາສູນກາງພັກ ແມ່ນບໍ່ປະໃຫ້ປະຊາຊົນຫວຽດນາມຢູ່ເຂດສູ້ຮົບຖືກເສຍຊີວິດ ແລະ ຮັບບາດເຈັບ. ເພາະສະນັ້ນ, ວຽກງານປົກປ້ອງພົນລະເມືອງຕ້ອງໄດ້ຮັບຄວາມເອົາ ໃຈໃສ່ເປັນພິເສດ. ພ້ອມກັນນັ້ນ ໃນໄລຍະຍົກຍ້າຍ, ຜູ້ຫລົບໄພແມ່ນບໍ່ປະໃຫ້ປະຊາຊົນຖືກອຶດຫິວ. ກະຊວງການຕ່າງປະເທດ ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການປະຕິບັດການຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ມີວິທີການຜັນຂະຫຍາຍຢ່າງລະອຽດໃນວຽກງານປົກປ້ອງພົນລະເມືອງ, ສຳຄັນທີ່ສຸດແມ່ນນຳພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຢູແກຼນ ອອກຈາກເຂດສູ້ຮົບຢ່າງປອດໄພ.
ລັດຖະບານໄດ້ແຕ່ງຕັ້ງກຸ່ມປະຕິບັດງານພິເສດ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູແກຼນ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ເປັນຫົວໜ້າ. ປັດຈຸບັນ, ຢູ່ຢູແກຼນ ມີຊາວຫວຽດນາມ 7000 ຄົນ. ມາຮອດປັດຈຸບັນ, ຊາວຫວຽດນາມ ກ່ວາ 400 ຄົນ ໄດ້ຍົກຍ້າຍໄປຍັງຣູມານີ ແລະ ຊາວຫວຽດນາມ 1000 ຄົນ ຍົກຍາຍໄປຍັງ ໂປໂລຍ ຈາກຢູແກຼນ ດ້ວຍຈຸດປະສົງຢາກກັບເມືອປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
