ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ (ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບຄວາມໝາຍຂອງກອງປະຊຸມ P4G ເຊິ່ງພວມດຳເນີນຢູ່ ຫວຽດນາມ.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:

“ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນແນວທາງອັນຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ ໃນການພັດທະນາແບບຍືນຍົງ, ບໍ່ເສຍສະຫຼະຄວາມກ້າວໜ້າ, ຍຸຕິທຳສັງຄົມ ແລະ ສິ່ງແວດລ້ອມ ເພື່ອແລກເອົາການເຕີບໂຕເສດຖະກິດເທົ່ານັ້ນ. ການເຕີບໂຕສີຂຽວຕ້ອງປະກອບສ່ວນເຂົ້າໃນການຊຸກຍູ້ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ເພື່ອແນໃສ່ບັນລຸໄດ້ຄວາມວັດທະນາຖາວອນດ້ານເສດຖະກິດ, ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມຍຸຕິທຳໃນສັງຄົມ”.

ມີຜູ້ແທນສາກົນປະມານ 600 ທ່ານ ທີ່ມາຈາກກວ່າ 40ປະເທດ ແລະ ອົງການຈັດຕັ້ງສາກົນລົງທະບຽນເຂົ້າຮ່ວມ. ກ່ຽວກັບໂຄງການດຳເນີນງານ, ຫວຽດນາມມີການແລກປ່ຽນຢ່າງຕັ້ງໜ້າ, ປຶກສາຫາລືກັບບັນດາປະເທດສະມາຊິກ P4G ແລະ ບັນດາປະເທດຄູ່ຮ່ວມມືເພື່ອກຳນົດຫົວຂໍ້ຂອງກອງປະຊຸມ, ໃນນັ້ນ ເລືອກເອົາຫົວຂໍ້ວ່າ “ຫັນເປັນສີຂຽວ, ຍືນຍົງ ແລະ ຖື ມະນຸດເປັນໃຈກາງ.