ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນ (ພາບ: VOV)

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ດ້ວຍຖານະເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ອາຍຸການ 2022 – 2025.

ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ - OECD, ບັນລຸໄດ້ຫຼາຍຜົນງານຕັ້ງໜ້າ, ປະກອບສ່ວນເຂົ້າໃນວິວັດທະນາການປະຕິຮູບເສດຖະກິດ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ການພັດທະນາແບບຍືນຍົງ, ກວມລວມ. ທ່ານນາງ ຫງວຽນມິງຮັ່ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ໂຄງການ SEARP ແລະ ສາຍພົວພັນຄູ່ຮ່ວມມືລະຫວ່າງ OECD ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາກົນໄກຂອງ OECD.

ທ່ານເລຂາທິການໃຫຍ່ອົງການ OECD Mathias Cormann ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນສັງກາດພັດທະນາໃໝ່ (ພາບ: VOV)

ທ່ານເລຂາທິການໃຫຍ່ອົງການ OECD Mathias Cormann ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ, ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນສັງກາດພັດທະນາໃໝ່.