“ທັດສະນະແຜນນະໂຍບາຍຂອງພັກ ກອມມູນິດ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ ແລະ ພິເສດແມ່ນໃນບັນດາອາຍຸການມໍ່ໆມານີ້ ລ້ວນແຕ່ໄດ້ກຳນົດຢ່າງຈະແຈ້ງວ່າ: “ຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນແຫຼ່ງກຳລັງ ແລະ ແມ່ນແຫຼ່ງກຳລັງໜູນແກ່ການພັດທະນາຂອງປະເທດ ແລະ ການປົກປັກຮັກສາປະເທດຊາດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັງ ໃນກອງປະຊຸມສະຫຼຸບວຽກງານປະຕິບັດ ແຜນຮ່າງ ນຳເນື້ອໃນສິດທິມະນຸດ ເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2021”.
ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນທັງ ກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານປະຕິບັດ ແຜນຮ່າງ ນຳເນື້ອໃນສິດທິມະນຸດ ເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2021” (ພາບ: VOV) |
ແຜນຮ່າງ “ນຳເນື້ອໃນສິດທິມະນຸດເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2025” ໄດ້ຮັບການອະນຸມັດຜ່ານໃນວັນທີ 5 ກັນຍາ ປີ 2017, ເຊິ່ງສະແດງໃຫ້ເຫັນການປະຕິບັດຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງລັດ ຫວຽດນາມ ຕໍ່ປະຊາຄົມສາກົນ ກ່ຽວກັບການຍູ້ແຮງການເຄື່ອນໄຫວສຶກສາສິດທິມະນຸດ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
