ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຮວ່າງຮຽບ (ພາບ: Minh Long/VOV)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຮວ່າງຮຽບ ໃຫ້ຮູ້ວ່າ:

“ຫວຽດນາມ ບໍ່ພຽງແຕ່ເປັນປະເທດທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໂລກອີກດ້ວຍ. ຫັນປ່ຽນຮູບແບບການຜິດໄປສູ່ສີຂຽວ, ສະອາດ, ມີຄວາມຮັບຜິດຊອບ ເພື່ອປະຕິບັດຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຢູ່ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ປີ 2021 (COP 26) ນັ້ນແມ່ນ ຮອດປີ 2050 ຫວຽດນາມ ຫຼຸດການປ່ອຍອາຍພິດລົງເປັນ “0”, ໃນນັ້ນ ຂະແໜງກະສິກຳກໍຕ້ອງມີຄວາມຮັບຜິດຊອບ”.

ດ້ວຍຫົວຂໍ້ “ຫັນປ່ຽນລະບົບສະບຽງອາຫານຢ່າງປອດໃສ, ຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບການວິກິດການໃໝ່”. ໃນກອງປະຊຸມຄັ້ງນີ້ ຈະພິຈາລະນາບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼັກໆ ກ່ຽວຂ້ອງເຖິງການຫັນປ່ຽນລະບົບສະບຽງອາຫານ ແລະ ນຳສະເໜີມາດຕະການແກ້ໄຂຕ່າງໆ.