ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 9 ຂອງບັນດາປະເທດສະມາຊິກ ສົນທິສັນຍາອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ (ພາບ: nhandan.vn) |
ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ ປີ 2003 ລວມມີສະມາຊິກ 24 ປະເທດ, ເຊິ່ງເປັນອົງການບໍລິຫານທີ່ສຳຄັນຂອງ UNESCO ກ່ຽວກັບການອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ, ຮັບຜິດຊອບໃນການຕິດຕາມກວດກາການປະຕິບັດສົນທິສັນຍາ, ສະເໜີບັນດາມາດຕະການ ອະນຸລັກຮັກສາມໍລະດົກ ວັດທະນະທຳ, ໜູນຊ່ວຍສາກົນ, ພິຈາລະນາບັນດາເອກະສານທີ່ຍື່ນສະເໜີຈົດຊື່ເຂົ້າເປັນມໍລະດົກ ເພື່ອໃຫ້ສະມັດຊາໃຫຍ່ ສົນທິສັນຍາຮັບຮອງເອົາ. ໃນທັງໝົດ 12 ປະເທດທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກປ່ຽນແທນໃຫ້ແກ່ອາຍຸການ 2022 – 2026, ມີ 4 ປະເທດ ຢູ່ພາກພື້ນ ອາຊີ - ປາຊີຟິກ ລວມມີ ຫວຽດນາມ, ມາເລເຊຍ, ອິນເດຍ ແລະ ບັງກະລາເທດ.
ດ້ວຍຖານະເປັນສະມາຊິກຄະນະກຳມະການດັ່ງກ່າວໃນອາຍຸການ 2022 – 2026, ຫວຽດນາມ ຈະມີເງື່ອນໄຂສະດວກເພື່ອປະກອບສ່ວນຫຼາຍກວ່າອີກເຂົ້າໃນຜົນສຳເລັດ, ປະຕິບັດບັນດາເປົ້າໝາຍ ແລະ ບຸລິມະສິດຂອງສົນທິສັນຍາ 2003, ຍົກລະດັບຄວາມສຳຄັນຂອງມໍລະດົກວັດທະນະທຳບໍ່ເປັນວັດຖຸຂຶ້ນຕື່ມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
