(ພາບເອກະສານ: TTXVN)
ໂດຍບໍ່ຫົວຊາຕໍ່ສະຖານະການຂາດສະຖຽນລະພາບໃນນະໂຍບາຍການຄ້າຂອງບາງປະເທດໃຫຍ່, ຫວຽດນາມ ຍັງມີຄວາມສາມາດດຶງດູດບັນດາກຸ່ມບໍລິສັດທົ່ວໂລກ, ນີ້ແມ່ນຫຼັກຖານສະແດງໃຫ້ເຫັນຄວາມສາມາດຮັບມືຂອງ ຫວຽດນາມ. ເວັບໄຊດັ່ງກ່າວຍັງເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດຮັກສາສາຍພົວພັນທາງດ້ານການຄ້າທີ່ໃກ້ຊິດກັບທັງ ອາເມລິກາ ແລະ ຈີນ, ໃນຂະນະທີ່ຊຸກຍູ້ບັນດາຂະແໜງອຸດສາຫະກຳພາຍໃນປະເທດ, ສິ່ງດັ່ງກ່າວຊ່ວຍກຳນົດທີ່ຕັ້ງຂອງ ຫວຽດນາມວ່າ ເປັນປັດໄຈສຳຄັນໃນພື້ນຖານເສດຖະກິດທົ່ວໂລກ. ການຂະຫຍາຍຕົວຂອງຂະແໜງເຕັກໂນໂລຢີ ດ້ວຍບັນດາຂໍ້ຕົກລົງທີ່ມີລັກສະນະເປັນບາດລ້ຽວ, ເປັນຕົ້ນແມ່ນ ຂໍ້ຕົກລົງກຸ່ມບໍລິສັດ Nvidia ຊື້ຄືນ VinBrain, ຊ່ວຍປັບປຸງບົດບາດຂອງ ຫວຽດນາມ, ເປັນຕົ້ນແມ່ນຖານະເປັນສູນນະວັດຕະກຳຢູ່ອາຊີຕາເວັນອອກສ່ຽງໃຕ້. ດ້ວຍລະບົບນິເວດເຕັກໂນໂລຢີພວມພັດທະນາ ແລະ ບັນດາສາຍພົວພັນຄູ່ຮ່ວມມືການຄ້າຍຸດທະສາດ, ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດໃຫຍ່ກວ່າອີກໃນເວທີສາກົນ.