ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ (ພາບ: VGP)

ເມື່ອແບ່ງປັນກ່ຽວກັບຂໍ້ມູນຢູ່ການຖະແຫຼງຂ່າວລັດຖະບານປະຈຳເດືອນເມສາ ທີ່ໄດ້ດຳເນີນໃນວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເຊື່ອໝັ້ນຕໍ່ແງ່ຫວັງຟື້ນຟູ ແລະ ການເຕີບໂຕເສດຖະກິດຂອງ ຫວຽດນາມ.

ລະອຽດ, ເກືອບ 90.000 ວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ ແລະ ກັບມາເຄື່ອນໄຫວຄືນໃໝ່, ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພິເສດແມ່ນທຶນຈົດທະບຽນສ້າງຕັ້ງວິສາຫະກິດໃໝ່ກໍເພີ່ມຂຶ້ນສູງ, ເພີ່ມຂຶ້ນປະມານ 1,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ອະທິບາຍວ່າ:

“ຄວາມເຊື່ອໝັ້ນຂອງວິສາຫະກິດຕໍ່ສະພາບແວດລ້ອມແຫ່ງການຜະລິດ, ດຳເນີນທຸລະກິດ ກໍຄືແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປັດຈຸບັນ ແມ່ນດີທີ່ສຸດ. ນີ້ແມ່ນໝາກຜົນຈາກວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ. ຄວາມເຊື່ອໝັ້ນດັ່ງກ່າວ ກໍຖືກການກຳນົດ ແລະ ຜົນກະທົບຫຼາຍຢ່າງຈາກບັນດາວິວັດທະນາການປະຕິຮູບທີ່ພວມເກີດຂຶ້ນໃນພື້ນຖານເສດຖະກິດ”.