ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີອັດແບບທາງໄກ (ພາບ: TTXVN) |
ກ່າວຄຳເຫັນອັດກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໃຫ້ຮູ້ວ່າ ກອງປະຊຸມສະມັດຊາໃຫຍ່ AIPA 42 ໄດ້ປຶກສາຫາລືຫຼາຍບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດຖະສະພາ, ພິເສດແມ່ນຄຳໝັ້ນສັນຍາຂອງ AIPA ໃນການສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມວັດທະນາຖາວອນລວມໃຫ້ແກ່ພາກພື້ນ. ກອງປະຊຸມສະມັດຊາໃຫຍ່ AIPA 42 ກໍຮັບຮອງເອົາມະຕິຮັບ ລັດຖະສະພາ ຢູແກຼນ ແລະ ປາກິດສະຖານ ເປັນລັດຖະສະພາສັງເກດການ; ເປີດກວ້າງຕາໜ່າງສັງເກດການ, ສ້າງຕາໜ່າງການທູດລັດຖະສະພານັບມື້ນັບກວ້າງຂວາງກວ່າ.
ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42 ເປັນປະທານພິທີອັດ (ພາບ: TTXVN) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

